ການລົງທຶນໃນສະກຸນເງິນດິຈີຕອນທີ່ເປີດໂຕໃຫ່ມເປັນສີ່ງທີ່ໜ້າສົນໃຈ,ທ້າທາຍສຳລັບນັກລົງທຶນທີ່ຕ້ອງການຜົນຕອບແທນສູງໃນໄລຍະເວລາອັນສັ້ນ,ຢ່າງໃດກໍ່ຕາມການລົງທຶນໃນຫຼຽນໃຫ່ມກໍ່ມີຄວາມສ່ຽງສູງຕາມມາເຊັນກັນ ບົດຄວາມນີ້ຈະພິຈາລະນາເຖິງສີ່ງທີ່ນັກລົງທຶນຕ້ອງໄດ້ວິເຄາະກ່ອນການລົງທຶນໃນຫຼຽນໃຫ່ມ ລວມໄປເຖິງຄວາມສ່ຽງ ແລະ ປະໂຫຍດທີ່ມາພ້ອມກັບການລົງທຶນໃນຫຼຽນທີ່ຫາກະເປີດໂຕໃຫ່ມ

ຄວາມສຳຄັນຂອງການວິເຄາະກ່ອນການລົງທືນ

ກ່ອນການລົງທຶນໃນສະກຸນເງິນດິຈີຕອນໃຫ່ມທີ່ຫາກະເປີດໂຕນັ້ນນັກລົງທຶນຈຳເປັນຕ້ອງວິເຄາະຢ່າງລະອຽດເພື່ອປະເມີນຄວາມສ່ຽງແລະໂອກາດເຊີ່ງສີ່ງທີ່ຄວນພິລະນາລຳດັບຕົ້ນໆໄດ້ແກ່:

1. ຄວາມນ່າເຊື່ອຖືຂອງທີມຜູ້ພັດທະນາ : ການຮູ້ວ່າທີມຜູ້ພັດທະນາຂອງຫຼຽນໃຫ່ມມີປະສົບການ ແລະ ຄວາມຮູ້ໃນດ້ານນີ້ຫຼືບໍ່ນັ້ນ ເປັນສີ່ງສຳຄັນຫຼາຍໃນການຕັດສິນໃຈລົງທຶນ ນັກລົງທຶນຄວນຄົ້ນຫາຂໍ້ມູມກ່ຽວກັບຜົນງານທີ່ຜ່ານມາແລະກວດສອບວ່າໂຄງການມີການເປີດເຜີຍຂໍ້ມູນຢ່າງໂປ່ງໃສ່ຫຼືບໍ່.

2. ວັດຖຸປະສົງຂອງໂຄງການ: ສະກຸນເງີນດິຈີຕອນໃຫ່ມໆ ມັກມີການນຳສະເໜີແນວຄວາມຄິດທີ່ແຕກຕ່າງກັນເພື່ອດຶງດູດນັກລົງທຶນ ຄວນພິຈາລະນາວ່າຜະລິດຕະພັນຫຼືການບໍລິການຂອງຫຼຽນນັ້ນນຳສະເຫນີໂອກາດສຳເລັດໃນຕະຫຼາດຈິງຫຼື ບໍ່ ແລະຄວາມຈຳເປັນຫຼືບໍ່ ໃນວົງການ blockchain.

3. ການກວດສອບປຶ້ມປົກຂາວ whitepaper : ປຶ້ມປົກຂາວເປັນເອກະສານທີ່ອະທິບາຍລາຍລະອຽດຂອງໂຄງການຄວນອ່ານແລະທຳຄວາມເຂົ້າໃຈໃຫ້ດີ ຫາກຂໍ້ມູມໃນປຶ້ມຂາວມີຄວາມສັບຊ້ອນ ຫຼືບໍ່ຊັດເຈນນັ້ນອາດເປັນສັນຍານຂອງຄວາມສ່ຽງໃນການລົງທຶນ.

4. ການຮັບຮອງ ແລະ ການກວດສອບໂຄ໊ດ Audit: ໂຄງການທີ່ໄດ້ຮັບການກວດສອບໂຄ໊ດຈາກອົງກອນພາຍນອກສະແດງໃຫ້ເຫັນເຖີງຄວາມນ່າເຊື່ອຖືຫລາຍຂື້ນ,ການກວດສອບໂຄ໊ດຊ່ວຍປ້ອງກັນຄວາມຜິດພາດຫຼືຄວາມປອດໄພໃນລະບົບ blockchain.

5. ສັງຄົມແລະການສົ່ງເສີມ :ສະກຸນເງິນດິຈີຕອນທີ່ມີສັງຄົມຮັບຮູ້ກ້ວາງຂວາງມີໂອກາດທີ່ຈະໄດ້ຮັບການສົ່ງເສີມແລະເຕີບໃຫ່ຍໃນໄລຍະຍາວ ການກວດສອບສັງຄົມຂອງຫຼຽນໃນສື່ອອນລາຍເຊັ່ນ : Twitter ຫຼື Discord ເປັນສີ່ງທີ່ຄວນເຮັດ.

ປະໂຫຍດຂອງການລົງທຶນໃນສະກຸນເງິນດິຈີຕອນທີ່ເປີດໂຕໃຫ່ມ:

1. ໂອກາດໃນການຫາກຳໄລ: ສະກຸນເງິນດິຈີຕອນເປີດໂຕໃຫ່ມມັກມີລາຄາທີ່ຕໍ່າເຮັດໃຫ້ນັກລົງທຶນທີ່ເຂົ້າຊື້ໃນຊ່ວງຕົ້ນສາມາດເຮັດກຳໄລໄດ້ຫາກຫຼຽນນັ້ນໄດ້ຮັບຄວາມນິຍົມພາຍຫຼັງ ຕົວຢ່າງ: Bitcion ຫຼື Ethereum ຊື່ງເລີ່ມຕົ້ນດ້ວຍລາຄາທີ່ຕໍ່າແລະເຕີມໂຕຂື້ນຫຼາຍ.

2. ໂອກາດເປັນສ່ວນໜື່ງຂອງໂຄງການທີ່ຍີ່ງໃຫ່ຍ: ການລົງທຶນໃນສະກຸນເງິນດິຈີຕອນໃຫ່ມທີ່ມີແນວຄິດທີ່ດີແລະຕອບໂຈດຕະຫຼາດສາມາດເຮັດໃຫ້ນັກລົງທຶນມີສ່ວນຮ່ວມໃນໂຄງການທີ່ສາມາດປ່ຽນແປງວົງການ Blockchian.

3. ການກະຈາຍພ໊ອດການລົງທຶນ : ລົດຄວາມສ່ຽງໃນພ໊ອດການລົງທຶນ,ການຖືຫຼຽນທີມີອັດຕາເຕີມໂຕສູງເຮັດໃຫ້ພ໊ອດມີຄວາມຍື່ນຍຸດຫຼາຍຂື້ນ.

ຄວາມສ່ຽງຂອງການລົງທຶນໃນສະກຸນເງິນດິຈີຕອນທີ່ເປີດໂຕໃຫ່ມ

1. ຄວາມສ່ຽງຈາກການສໍ້ໂກ້ງ: ສະກຸນເງິນດິຈີຕອນເປີດໂຕໃຫ່ມບາງໂຄງການອາດເປັນ   ການຫຼອກລວງນັກລົງທຶນຄວນລະມັດລະວັງໂຄງການທີ່ມີສັນຍານຂອງການສໍ້ໂກ້ງເຊັ່ນ: ການໃຫ້ຜົນຕອບແທນທີ່ສູງເກີນຈິງຫຼືຂໍ້ມູມທີ່ບໍ່ໂປ່ງໃສ.

2. ຄວາມຜັນຜວນຂອງຕະຫຼາດ: ຫຼຽນໃຫ່ມມັກມີຄວາມຜັນຜວນຂອງຕະຫຼາດຫຼາຍ,ການທີ່ນັກລົງທຶນໄປຊື້ຫຼຽນໃນຊ່ວງທີ່ລາຄາພຸ່ງສູງອາດສ່ຽງທີ່ຈະຂາດທຶນຫາກລາຄາລົດລົງຢ່າງໄວວາ.

3. ຂາດສະພາບຄ່ອງ: ສະກຸນເງິນດິຈີຕອນເປີດໂຕໃຫ່ມມັກມີປະລິມານການຊື້ຂາຍນ້ອຍເຮັດໃຫ້ຍາກທີ່ຈະຂາຍຫຼຽນເມື່ອເກີດຄວາມຕ້ອງການສະພາບຄ່ອງ.

4. ຄວາມບໍ່ແນ່ນອນຂອງກົດລະບຽບ: ບາງປະເທດຍັງບໍ່ມີກົດລະບຽບທີ່ຊັດເຈນກ່ຽວກັບສະກຸນເງິນດິຈີຕອນ ການລົງທຶນໃນຫຼຽນໃຫ່ມອາດມີຄວາມສ່ຽງຈາກກົດໜາຍທີ່ປ່ຽນແປງ.

ສະຫຼຸບແລ້ວການລົງທຶນໃນສະກຸນເງິນດິຈີຕອນທີ່ເປີດໂຕໃຫ່ມມີທັງຄວາມສ່ຽງແລະໂອກາດນັກລົງທຶນຄວນວິເຄາະຢ່າງລະອຽດກ່ອນການຕັດສິນໃຈລົງທຶນ ການກວດສອບທີມ,ປຶ້ມປົກຂາວ,ການຮັບຮອງແລະສັງຄົມເປັນສີ່ງສຳຄັນໃນການລົດຄວາມສ່ຽງຄະນະດຽວກັນຫາກມີການລົງທຶນໃນຫຼຽນທີ່ມີສັກກະຍະພາບແລະຕອບໂຈດຕະຫຼາດກໍ່ອາດຈະເຮັດໃຫ້ນັກລົງທຶນໄດ້ຮັບຜົນຕອບແທນສູງ.

#WeAreAllSatoshi #BNBChainMemecoins $BTC