ວິທີຂາຍ Bitcoin ໃນລາວ ສາມາດເຮັດໄດ້ງ່າຍໆຜ່ານແພັດຟອມການແລກປ່ຽນ Cryptocurrency ເຊັ່ນ Binance ໃນບົດຄວາມນີ້ເຮົາຈະພາໄປເບີ່ງຂະບວນການຂາຍ Bitcoin ດ້ວຍຂະບວນທີ່ຊັດເຈນເພື່ອຊ່ວຍໃຫ້ເຂົ້າໃຈວີທີຂາຍຢ່າງງ່າຍດາຍທີ່ສຸດ

ຂັ້ນຕອນທີ່ 1: ລົງທະບຽນແລະເຂົ້າສູ່ລະບົບ Binance

ກ່ອນຈະເລີ່ມຊື້-ຂາຍຕ້ອງມີບັນຊີໃນ Binance ຫາກຍັງບໍ່ມີໃຫ້ສະມັກສະມາຊິກຜ່ານເວັບໄຊຂອງ Binance.com ຫຼັງຈາກສະໜັກສະມາຊິກແລ້ວໃຫ້ເຂົ້າສູ່ລະບົບບັນຊີຂອງເຈົ້າ.

ຂັ້ນຕອນທີ່ 2: ຝາກ Bitcion ເຂົ້າໃນບັນຊີ Binance ຂອງເຈົ້າ

1. ໄປທີ່ໜ້າຫລັກຂອງ Binance ແລະ ຄລິກທີ່ wallet(ກະເປົາເງິນ)ຢູ່ມຸມເບື້ອງຂວາເທິງ

2. ເລືອກ “Fiat and spot’’ເພື່ອເຂົ້າສູ່ໜ້າຈັດການກະເປົາເງິນ

3. ຄລິກທີ່ “Deposit’’ (ຝາກເງິນ) ແລະເລືອກ Crypto ( Cryptocurrency )

4. ເລືອກ Bitcoin ຈາກລາຍການທີ່ມີໃຫ້

5. ລະບົບຈະໃຫ້ທີ່ຢູ່ຂອງ Bitcoin ຂອງເຈົ້າທີໃຊ້ຢູ່ໃນການໂອນເງິນ Bitcion ຈາກກະເປົາເງິນຂອງເຈົ້າໄປຍັງບັນຊີ Binance ຂອງເຈົ້າ

ຂັ້ນຕອນທີ່ 3: ປ່ຽນ Bitcion ເປັນເງິນສົດ

1. ຫລັງຈາກທີ່ Bitcion ຖືກຝາກເຂົ້າສູ່ລະບົບບັນຊີ Binance ຂອງເຈົ້າແລ້ວໃຫ້ກັບໄປທີ່ຫນ້າຫລັກຂອງ Binance

2. ຄລິກທີ່ “Trade’’ ຊື້-ຂາຍ ຈາກເມນູນດ້ານເທີງ

3. ເລືອກ Classic ຫຼື Advanced ຈາກຕົວເລືອກການຊື້-ຂາຍ ຕາມຄວາມຕ້ອງການ

ຂັ້ນຕອນທີ່ 4: ຂາຍ Bitcoin

1. ໃນຫນ້າ Trade ເລືອກຄູ່ການ ຊື້-ຂາຍ ທີ່ເໜາະສົມເຊັ່ນ : BTC/USDT ຫຼື BTC/LAK (ຖ້າມີ)

2. ໃຕ້ກຣາຟລາຄາຈະເຫັນປຸ່ມການຊື້-ຂາຍ

3. ເລືອກ “Sell’’ (ຂາຍ) ແລະ ພິມຈຳນວນ Bitcoin ທີ່ຕ້ອງການຂາຍ

4. ເລືອກລາຄາທີ່ຕ້ອງການຂາຍ Bitcoin ຫຼືໃຊ້ຄໍາສັ່ງ Market ເພື່ອເຮັດການຂາຍໃນລາຄາຕະຫຼາດປັດຈຸບັນ.

5. Click sell bitcoin ເພື່ອເຮັດການຂາຍ

ຂັ້ນຕອນທີ່ 5: ຖອນເງິນໄປຍັງບັນຊີທະນາຄານຂອງເຈົ້າ

1. ຫຼັງຈາກຂາຍ bitcoin ສໍາເລັດເງິນຈະຖືກຝາກໄປຍັງກະເປົາ fiat ໃນ Binance

2. ໄປທີ່ wallet ແລ້ວເລືອກ “Fiat and spot’’ ຈາກນັ້ນ click withdraw (ຖອນເງິນ)

3. ເລືອກ fiat  ແລະເລືອກສະກຸນເງິນທີ່ຕ້ອງການຖອນ ເຊັ່ນ USD ຫຼື Lak (ຖ້າມີ)

4. ຕື່ມບັນຊີທະນາຄານຂອງເຈົ້າ ແລະ ຈຳນວນທີ່ຕ້ອງການຖອນ

5. Click submit (ຢືນຢັນ) ເພື່ອກວດສອບແລະດຳເນີນການຖອນ 

ຂັ້ນຕອນທີ່ 6: ຢືນຢັນການຖອນ

1. Binane ອາດຈະສົ່ງ ອີເມສຫຼືຂໍ້ຄວາມເພື່ອໃຫ້ຢືນຢັນການຖອນເງິນ

2. ກວດສອບອີເມສຫຼືຂໍ້ຄວາມ ແລະເຮັດຕາມຂັ້ນຕອນທີ່ລະບຸເພືອຢືນຢັນການຖອນ

ການຂາຍ Bitcoin ໃນລາວຜ່ານ Binance ນັ້ນງ່າຍແລະສະດວກ,ການເຮັດຕາມຂັ້ນຕອນທີ່ກ່າວມາຂ້າງເທີງນັ້ນ ຊ່ວຍໃຫ້ເຈົ້າສາມາດຊື້ຂາຍ Bitcoin ແລະ ຖອນເງິນໄປຍັງບັນຊີທະນາຄານຂອງເຈົ້າໄດ້ຢ່າງປອດໄພພ້ອມທັງປ້ອງກັນຄວາມເສຍຫາຍຈາກການສໍ້ໂກ້ງໄດ້.ຫາກມີຄຳຖາມຫຼື ຂໍ້ສົງໄສ ມີບັນຫາໃນການເຮັດທຸລະກຳສາມາດຫາຂໍ້ມູມເພີ່ມເຕີມແລະຄຳແນະນຳໃນຄູ່ມືຊື້-ຂາຍ ຄຮິບໂຕ Binance.