Crypto-pre market trading ຄືການຊື້ຂາຍສະກຸນເງິນດິຈີຕອນກ່ອນທີ່ຫຼຽນຈະຖືກລົງ list ລາຍຊື່ໃນຕະຫຼາດຢ່າງເປັນທາງການ ໂດຍຊ່ວງເວລສນີ້ ເປັນຊ່ວງທີ່ເປັນໂອກາດໃຫ້ນັກລົງທຶນເຂົ້າຊື້ຫຼຽນກ່ອນຜູ້ອຶ່ນຊື່ງອາດຈະເປັນການສະເໜີຊື້ຂາຍໃນຮອບ pre-sale ຫຼື ໃນຊ່ວງການຂາຍສ່ວນຕົວ private-sale. ການຊື້ຂາຍໃນຊ່ວງນີ້ມັກຈະໄດ້ຮັບຄວາມສົນໃຈຂອງນັກລົງທຶນທີ່ເບີ່ງເຫັນຜົນຕອບແທນສູງໃນອະນາຄົດເພາະລາຄາຫຼຽນໃນຊ່ວງ pre-sale ມັກຈະຕໍ່າກ່ອນຕະຫຼາດເມື່ອເປີດການຈີງຢ່າງໃດກໍ່ຕາມັນກໍມີຄວາມສ່ຽງທີ່ນັກລົງທຶນຕ້ອງຄິດເຖີງເຊັນກັນ.

ວິທີການເຮັດວຽກຂອງ pre-market trading

​ໃນຕະຫຼາດສະກຸນເງິນດິຈີຕອນ pre-market trading ອາດຈະເກີດຂື້ນໃນລັກສະນະຂອງການຂາຍລ່ວງຫນ້າກ່ອນຫຼຽນເຂົ້າສູ່ຕະຫຼາດຈີງຊື່ງລວມເຖີງການສະເໜີຂາຍເບື້ອງຕົ້ນ (Initial Coin Offering: ICO) ຫຼືການຂາຍ pre-sale ໃນຊ່ວງນີ້ນັກລົງທຶນຈະໄດ້ຮັບໂອກາດເຂົ້າຊື້ຫຼຽນໃນລາຄາຖືກລົງເນື່ອງຈາກຍັງບໍ່ມີການຊື້ຂາຍໃນຕະຫຼາດສາທາລະນະ ແລະສາມາດເກັບຫຼຽນນັ້ນໄວ້ເພື່ອຂາຍໃນອະນາຄົດເມື່ອລາຄາຂື້ນ.ຢ່າງໃດກໍ່ຕາມການຊື້-ຂາຍໃນຊ່ວງ pre-market ຈະບໍ່ມີສະພາບຄ່ອງສູງເທົ່າກັບການຊື້-ຂາຍໃນຕະຫຼາດເປີດ,ການຊື້ຂາຍໃນຊ່ວງນີ້ອາດເຮັດໃຫ້ການຕັ້ງລາຄາມີຄວາມຜັນຜວນສູງແລະມີຂໍ້ຈຳກັດໃນການເຂົ້າເຖິງ.

ປະໂຫຍດຂອງການເຂົ້າຮ່ວມ pre-market trading 

ການເຂົ້າຮ່ວມ pre-market trading ມີປະໂຫຍດສໍາລັບນັກລົງທຶນທີ່ກ້າຄ້ວາໂອກາດແກ່:

1. ໂອກາດເຂົ້າເຖີງຫຼຽນໃນລາຄາທີ່ຕ່ຳ: ນັກລົງທຶນສາມາດຊື້ຫຼຽນໃນລາຄາຕໍ່າກວ່າເມືອທຽບກັບລາຄາໃນຕະຫຼາດເປີດຊື່ງເຮັດໃຫ້ມີໂອກາດໄດ້ຜົນຕອບແທນສູງຫາກຫຼຽນໄດ້ຮັບຄວາມນິຍົມໃນອະນາຄົດ.

2. ເປັນນັກລົງທຶນໃນຊ່ວງເລີ່ມຕົ້ນ: ນັກລົງທຶນທີ່ເຂົ້າຊື້ຫຼຽນໃນຊ່ວງ pre-market ມັກຈະໄດ້ຮັບສະຖານະພິເສດເປັນນັກລົງທຶນໃນຊ່ວງເລີ່ມຕົ້ນຊື່ງອາດຈະໄດ້ຮັບອະພິສິດພິເສດອື່ນໆເຊັ່ນ ໂບນັດເພີ່ມເຕີມຈາກການຖືຄອງຫຼຽນ.

3. ໂອກາດໃນການສ້າງກຳໄລໄລຍະຍາວ: ການຊື້ຫຼຽນໃນຊ່ວງ pre-market ແລະການຖືຄອງໄລຍະຍາວສາມາດນຳໄປສູ່ກຳໄລສູງຫາກຫຼຽນມີການພັດທະນາຫຼືການໃຊ້ງານທີ່ເຕີບໂຕຫຼາຍ.

• ຄວາມສ່ຽງຂອງ pre-market trading

ເຖີງແມ່ນວ່າການລົງທຶນໃນຊ່ວງ pre-market ຈະມີໂອກາດເຮັດກຳໄລສູງແຕ່ກໍ່ມີຄວາມສ່ຽງທີ່ຄວນຄຳນືງເຖີງເຊັ່ນ:

1. ການຂາດສະພາບຄ່ອງ: ການຊື້-ຂາຍໃນຊ່ວງ pre-market ມັກຊື້ຂາຍບໍ່ໄດ້ຫຼາຍເທົ່າຕະຫຼາດເປີດເຮັດໃຫ້ນັກລົງທຶນອາດຈະບໍ່ສາມາດຂາຍຫຼຽນອອກໄດ້ທັນທີເມື່ຶອມີຄວາມຕ້ອງການ. 

2. ຄວາມຜັນຜວນຂອງລາຄາ: ການຕັ້ງລາຄາໃນຊ່ວງ pre-marketອາດມີຄວາມຜັນຜວນສູງເນື່ອງຈາກຍັງບໍ່ມີຂໍ້ມູນຊັດເຈນກ່ຽວກັບມູນຄ່າທີ່ແທ້ຈີງຂອງຫຼຽນ.

3. ຄວາມສ່ຽງທາງດ້ານກົດໜາຍ: ບາງປະເທດຍັງບໍ່ມີກົດລະບຽບທີ່ຊັດເຈນ, ນັກລົງທຶນຕ້ອງຄຳນຶງເຖີງຄວາມສ່ຽງທາບງດ້ານກົດໜາຍນການເຂົ້າຮ່ວມ pre-market trading ໂດຍສະເພາະຫຼຽນທີ່ບໍ່ມີການຮັບຮອງຈາກໜ່ວຍງານລັດ.

4. ຄວາມສ່ຽງຈາກໂຄງການທີ່ບໍ່ມີມູນຄ່າ: ບາງໂຄງການສະກຸນເງິນດິຈີຕອນອາດຈະບໍ່ມີການພັດທະນາໄລຍະຍາວ ຫຼື ມີເປົ້າໝາຍພຽງເພື່ອການເກັງກຳໄລເທົ່ານັ້ນເຮັດໃຫ້ການລົງທຶນໃນຫຼຽນດັ່ງກ່ວອາດສູນເສຍມູນຄ່າ.

Binance Pre-Market Trading

​​Binance ຊື່ງເປັນໜື່ງໃນແພດຟອມການຊື້-ຂາຍສະກຸນເງິນດິຈີຕອນທີ່ໃຫ່ຍທີ່ສຸດໃນໂລກໄດ້ນຳສະເໜີໂອກາດໃນການຊື້-ຂາຍ pre-market ແກ່ນັກລົງທຶນ Binance Pre-Market Trading ຊ່ວຍໃຫ້ນັກລົງທຶນມີໂອກາດເຂົ້າເຖິງຫຼຽນກ່ອນທີ່ຖືກ list ລົງຕະຫຼາດຜ່ານການສະເໜີຂາຍແບບພິເສດບົນແຟດຟອມນັກລົງທຶນສາມາດຕິດຕາມການອັບເດດແລະຂ່າວສານກ່ຽວກັບ pre-market trading ບົນ binanceໄດ້ທີ່ໜ້າຄຳຖາມທີ່ພົບເຫັນ(FAQ)ຂອງ binanceຊື່ງມີຂໍ້ມູນກ່ຽວກັບວິທີການເຮັດວຽກຂອງpre -market trading ແລະເງື່ອນໄຂເຂົ້າຮ່ວມ

ການເຊື່ອມໂຍງໄປຍັງຄຳຖາມທີ່ພົບເຫັນຂອງ Binance

​​​ຫາກນັກລົງທຶນຕ້ອງການສຶກສາຂໍ້ມູມເພີ່ມເຕີມກ່ຽວກັບ Binance Pre-Market Trading ສາມາດເບີ່ງໄດ້ທີ່Binance FAQ ເຊີ່ງໃຫ້ລາຍລະອຽດກ່ຽວກັບວິທີ່ຊື້-ຂາຍ pre-market ລວມເຖີງເງື່ອນໄຂ ແລະຄວາມສ່ຽງທີ່ນັກລົງທຶນຄວນຮູ້.

ສະຫຼຸບ pre-market trading ເປັນວິທີການທີ່ນັກລົງທຶນສາມາດຊື້-ຂາຍເງິນດິຈີຕອນໄດ້ກ່ອນທີ່ຈະເປີດຂາຍໃນຕະຫຼາດສາທາະນະ ຊື່ງເປັນໂອກາດໃນການລົງທຶນໃນລາຄາທີ່ຖືກລົງຢ່າງໃດກໍ່ຕາມນັກລົງທຶນຄວນລະມັດລະວັງການຂາດສະພາບຄ່ອງ,ຄວາມຜັນຜວນຂອງລາຄາ ແລະຄວາມບໍ່ແນ່ນອນທາບກົດໜາຍ ການສຶກສາແລະວີເຄາະກ່ອນການລົງທຶນເປັນສີ່ງສຳຄັນທີ່ຈະລົດຄວາມສ່ຽງໃນ Pre-Market Trading.

#PreMarketSpot #MemeCoinTrending #DoYouHoldBNB #NeiroOnBinance