ໃນໂລກຂອງການລົງທຶນແລະ Cryptocurrency ທີ່ຂະຫຍາຍຢ່າງໄວວາມັກມີໂອກາດໃຫ່ມເກີດຂຶ້ນຢູ່ຕະຫຼອດເວລາແລະໜື່ງນັດຕະວະຕະກຳທີ່ກຳລັງມາແຮງໃນຕອນນີ້ຄື BNSOL ເຊີ່ງແມ່ນ token staking ຂອງ Solana, ມີລັກສະນະເປັນ "liquid staking token” ທີ່ສ້າງຂຶ້ນໂດຍ BINANCE ເພື່ອໃຫ້ຜູ້ໃຊ້ສາມາດເກັບຫຼຽນ Solona ( SOL )ພ້ອມໄດ້ຮັບລາງວັນຈາກການເກັບຫຼຽນດັ່ງກ່າວແລະຍັງຄົງຮັກສາຄວາມຍື່ນຍຸນໃນການເຮັດທຸລະກຳແລະການລົງທຶນໃນdefi (decentralized finance) ຫຼືການແລກຫຼຽນຕ່າງໆໄດ້.ໃນການເກັບຫຼຽນປົກກະຕິແລ້ວຜູ້ໃຊ້ຈະຕ້ອງລ໋ອກຫຼຽນໄວ້ໃນລະບົບstake ຊື່ງຈະບໍ່ສາມາດໃຊ້ຫຼຽນຈຳນວນທີ່ເກັບໄວ້ໄດ້ຈົນກວ່າການ stake ຈະຄົບກຳນົດເວລາຈື່ງຈະໄດ້ຮັບລາງວັນແຕ່ວ່າ BNSOL ຜູ້ໃຊ້ຈະໄດ້ຮັບປະໂຫຍດຈາກການstake ໄປພ້ອມກັບການແລກປ່ຽນຫຼື ໃຊ້ BNSOL ກັບທຸລະກຳອື່ນໆ.

ວິທີການ stake solona ໃນ BINANCE

ການ stake BNSOL ມີຂະບວນການທີ່ເຮັດໄດ້ແບບງ່າຍດາຍ ຄື

1. Login ເຂົ້າສູ່ລະບົບ BINANCE (ຖ້າຫາກບໍ່ມີບັນຊີໃນBINANCE ຕ້ອງເຮັດການສະໝັກແລະກວດສອບຢັເງຢືນຕົວຕົນ( KYC) ໃຫ້ສຳເລັດກ່ອນຈື່ງສາມາດຝາກເງິນແລະເຮັດການ staked SOL ໄດ້.

2. ຝາກຫຼຽນ SOL : ເມື່ອເຈົ້າເຂົ້າສູ່ລະບົບ Binance ຂອງເຈົ້າແລ້ວໃຫ້ຝາກ SOL ເຂົ້າໃນບັນຊີ ໂດຍເລືອກເມນູນ “ຝາກ” ແລະເຮັດຕາມຂັ້ນຕອນເພື່ອໂອນ SOL ໄປຍັງບັນຊີ Binance.

3. ເລີ່ມຕົ້ນການ Staking : ຫຼັງຈາກຝາກເງິນ SOL ເຂົ້າກະເປົ່າໃນ BINANCE ແລ້ວໃຫ້ປ່ຽນ ຫຼຽນ SOL ເປັນ BNSOL ໂດຍໄປທີ່ຕະຫຼາດຊື້ຂາຍແລ້ວເລືອກຄູ່ຫຼຽນ SOL \ BNSOL ເຮັດການແລກປ່ຽນເພຶ່ອຮັບ BNSOL

4. ຮັບ BNSOL : ຫຼັງຈາກປ່ຽນສຳເລັດແລ້ວ token BNSOL ຈະເຂົ້າບັນຊີ BINANCE ແລ້ວ ສາມາດໃຊ້ BNSOL ນີ້ ເພື່ອລົງທຶນໃນ Defi (decentralized finance) ຫຼືການຊື້ຂາຍໃນຕະຫຼາດຕາມຕ້ອງການ.

​ຜົນປະໂຫຍດທີ່ຈະໄດ້ຮັບຈາກການ staking ມີ : ໃນຂະນະທີ່ຖື BNSOL ຈະໄດ້ຮັບລາງວັນຈາກ staking token ໜາຍຄວາມວ່າຈະໄດ້ຮັບຜົນກຳໄລທີ່ຄາດຫວັງໂດຍບໍ່ໄດ້ລ໋ອກຫຼຽນໄວ້.ສະຫຼຸບແລ້ວການໃຊ້ BNSOLເປັນທາງເລືອກທີ່ນ່າສົນໃຈສຳລັບນັກລົງທຶນແລະຜູ້ຕ້ອງການເຂົ້າຮ່ວມ staking solona ໂດຍບໍ່ສູນເສຍໂອກາດທີ່ລ໋ອກຫຼຽນໄວ້ ແຕ່ເຈົ້າສາມາດໃຊ້ BNSOL ໃນການເຮັດທຸລະກຳອຶ່ນໆໄດ້ຕາມຕ້ອງການໃນຂະນະທີ່ຍັງຄົງ staking ຢູ່ ,ຊ່ວຍເພີ່ມມູນຄ່າແລ້ວຍັງສາມາດຊ່ວຍເພີ່ມໂອກາດໃນການຫາກຳໄລຂື້ນອິກຕື່ມ.

#BinanceLaunchpoolHMSTR

#CPI_BTC_Watch

#BNSOL