ກົນລະຍຸດໃນການຫຼີກລ້ຽງການຂາຍຄຮິບໂຕດ້ວຍຄວາມຕື່ນຕະໜົກຈາກຕະຫຼາດ Panic sale

ຕະຫຼາດຄຮິບໂຕມີຄວາມຜັນຜວນສູງໂດຍມີການປ່ຽນແປງຂອງລາຄາທີ່ຮຸນແຮງເຊິ່ງອາດຈະເຮັດໃຫ້ນັກລົງທຶນທີ່ມີປະສົບການຫຼາຍຮູ້ສຶກຢ້ານ ແລະ ຕັດສິນໃຈຂາຍສິນຊັບໂດຍບໍ່ຄິດຮອບຄອບ ການຂາຍດ້ວຍຄວາມຕື່ນຕະໜົກຫຼືການຂາຍສິນຊັບຢ່າງໄວເມື່ອລາຄາຕົກລົງແບບນັ້ນສາມາດນຳໄປສູ່ການສູນເສຍເງິນທຶນມະຫາສານ ແລະ ພາດໂອກາດທີ່ຈະຟື້ນຕົວຈາກການຂາດທຶນໄດ້ ເພື່ອຊ່ວຍໃຫ້ນັກລົງທຶນຈັດການກັບສະຖານະການແບບນີ້ບົດຄວາມນີ້ຈະນຳສະເໜີວິທີການຫຼີກລ້ຽງການຂາຍດ້ວຍຄວາມຕື່ນຕະໜົກໂດຍການເຂົ້າໃຈວົງຈອນຕະຫຼາດ. ການຕັ້ງເປົ້າໝາຍການລົງທຶນທີ່ຊັດເຈນ ແລະ ການຮັກສາລະບຽບວິໄນທາງອາລົມໂດຍໃຫ້ຄຳແນະນຳແລະຄຳປຶກສາຈາກຜູ້ຊ່ຽວຊານເພື່ອຊ່ວຍໃຫ້ນັກລົງທຶນຕັດສິນໃຈຢ່າງມີເຫດຜົນໃນຊ່ວງທີ່ຕະຫຼາດຕົກຕ່ຳ.

ການເຂົ້າໃຈວົງຈອນຕະຫຼາດ

ຂັ້ນຕອນທຳອິດໃນການຫຼີກລ້ຽງການຂາຍດ້ວຍຄວາມຕື່ນຕະໜົກຄືການເຂົ້າໃຈວ່າຄວາມຜັນຜວນຂອງຕະຫຼາດເປັນສ່ວນໜຶ່ງຂອງລະບົບນິເວດຂອງຄຮິບໂຕ. ວົງຈອນຕະຫຼາດມີຕັ້ງແຕ່ຊ່ວງຕະຫຼາດເຕີບໂຕຢ່າງໄວ ຫຼື ຕະຫຼາດຂາຂຶ້ນ ຕາມດ້ວຍການປັບຖານ ຫຼືການຕົກຂອງລາຄາ ຫຼື ເອີ້ນວ່າຕະຫຼາດຂາລົງ ເປັນສ່ວນທີ່ບໍ່ສາມາດຫຼີກລ້ຽງໄດ້ໃນທຸກຕະຫຼາດການເງິນ ຢ່າງໃດກໍຕາມ ວົງຈອນເຫຼົ່ານີ້ມັກຈະຮຸນແຮງກວ່າໃນຕະຫຼາດຄຮິບໂຕເນື່ອງຈາກເປັນຕະຫຼາດທີ່ຍັງຄົງໃຫມ່ ແລະ ເປັນທີ່ນິຍົມໃນໝູ່ນັກລົງທຶນເກັງກຳໄລ.

ກົນລະຍຸດສຳຄັນ : ການສຶກສາກ່ຽວກັບວົງຈອນຕະຫຼາດ ແລະ ແນວໂນ້ມທາງປະຫວັດສາດຂອງຄຮິບໂຕທີ່ຕົນເອງຖືຢູ່ເປັນສິ່ງສຳຄັນ ການຮູ້ວ່າລາຄາຕົກເປັນເລື່ອງຊົ່ວຄາວ ແລະ ເປັນສ່ວນໜຶ່ງຂອງຮູບແບບການເຕີບໂຕໃນໄລຍະຍາວສາມາດຊ່ວຍໃຫ້ເຮົາຍັງຄົງສະຫງົບໃນຊ່ວງທີ່ລາຄາຕົກໄດ້ ຍົກຕົວຢ່າງເຊັ່ນ ບິດຄອຍ Bitcoin ທີ່ເຄີຍປະສົບກັບການຫຼຸດລົງຂອງລາຄາຫຼາຍຄັ້ງ ແຕ່ໃນທີ່ສຸດກໍຟື້ນຕົວແລະໄປຮອດຈຸດສູງສຸດໃຫມ່ໄດ້.

ການຕັ້ງເປົ້າໝາຍການລົງທຶນທີ່ຊັດເຈນ

ການມີແຜນການລົງທຶນທີ່ຊັດເຈນເປັນສິ່ງສຳຄັນໃນການຫຼຸດຄວາມຕ້ອງການທີ່ຈະຂາຍດ້ວຍຄວາມຕື່ນຕະໜົກ ຫາກບໍ່ມີແຜນການປ່ຽນແປງຂອງຕະຫຼາດສາມາດເຮັດໃຫ້ເກີດການຕັດສິນໃຈທາງອາລົມໄດ້ງ່າຍ ແຜນການລົງທຶນຄວນກຳນດເປົ້າໝາຍທາງການເງິນ ໄລຍະເວລາທີ່ຕ້ອງການລົງທຶນ ແລະ ຄວາມສ່ຽງທີ່ຕົວເຮົາສາມາດຮັບໄດ້ ເຊິ່ງຈະຊ່ວຍໃຫ້ເຮົາຍັງຄົງສະມາທິໃນຊ່ວງຕະຫຼາດມີຄວາມຜັນຜວນ.

ກົນລະຍຸດສຳຄັນ : ກຳນົດຈຸດເຂົ້າຊື້ ແລະ ຂາຍ ຂອງການລົງທຶນໃຫ້ຊັດເຈນ ແລະ ຕັດສິນໃຈລ່ວງໜ້າວ່າເຮົາພ້ອໃທີ່ຈະຮັບຄວາມສ່ຽງຫຼາຍປານໃດ ເຊັ່ນຫາກເປົ້າໝາຍຂອງເຮົາຄືການສະສົມຄວາມມັ່ງຄັ່ງໃນໄລຍະຍາວ ເຮົາອາດຈະຕັດສິນໃຈຖືຄຮິບໂຕຂອງເຮົາຕໍ່ໄປໃນຊ່ວງທີ່ຕະຫຼາດຕົກຕ່ຳ ໂດຍເຂົ້າໃຈວ່າການຂາດທຶນໄລຍະສັ້ນມັກຈະເປັນສ່ວນໜຶ່ງຂອງການເດີນທາງໄປສູ່ການໄດ້ຮັບຜົນກຳໄລໃນໄລຍະຍາວ.

ການຮັກສາລະບຽບວິໄນທາງອາລົມ

ອາລົມສາມາດເປັນສັດຕູທີ່ໂຫດຮ້າຍທີ່ສຸດຂອງນັກລົງທຶນຄວາມຢ້ານທີ່ສູນເສຍເງິນມັກຈະນຳໄປສູ່ການຕັດສິນໃຈທີ່ຮີບຮ້ອນ ເຊັ່ນ ການຂາຍສິນຊັບທີ່ຂາດທຶນໃນຊ່ວງທີ່ຕະຫຼາດຂາລົງເພື່ອຫຼີກລ້ຽງສິ່ງນີ້ ການຮັກສາລະບຽບວິໄນທາງອາລົມເຊິ່ງລວມເຖິງການຈັດການກັບການຕອບສະໜອງທາງອາລົມເຊິ່ງລວມທັງການຈັດການກັບການຕອບສະໜອງທາງອາລົມຕໍ່ຕະຫຼາດ ແລະ ການຍຶດໝັ້ນໃນກົນລະຍຸດການລົງທຶນເປັນສິ່ງສຳຄັນ.

ກົນລະຍຸດ : ໃຊ້ວິທີການກວດສອບພ໋ອດການລົງທຶນເປັນປະຈຳ ໂດຍປະເມີນການລົງທຶນຂອງເຮົາຕາມເປົ້າໝາຍໄລຍະຍາວແທນທີ່ຈະສົນໃຈການປ່ຽນແປງຂອງລາຄາປະຈຳວັນ ນອກຈາກນີ້ພິຈາລະນາການໃຊ້ກົນລະຍຸດການລົງທຶນແບບສະເລ່ຍຕົ້ນທຶນ ( Dollar - Cost Averaging ) ໂດຍລົງທຶນຈຳນວນເງິນທີ່ແນ່ນອນເປັນປະຈຳໂດຍບໍ່ຄຳນຶງເຖິງສະພາວະຕະຫຼາດ ວິທີນີ້ສາມາດຊ່ວຍໃຫ້ເຮົາຫຼີກລ້ຽງການພະຍາຍາມຄາດເດົາຕະຫຼາດທີ່ມັກຈະຖືກຄວບຄຸມດ້ວຍອາລົມ.

ເຄັດລັບປະຕິບັດແລະຄຳແນະນຳຈາກຜູ້ຊ່ຽວຊານ

1 ຕິດຕາມຂໍ້ມູນຢ່າງຮອບຄອບແຕ່ຢ່າໃຫ້ຫຼາຍເກີນໄປ. ເຖິງແມ້ວ່າການຕິດຕາມຂ່າວສານຂອງຕະຫຼາດເປັນສິ່ງສຳຄັນແຕ່ການກວດສອບລາຄາຄຮິບໂຕຫຼືການຕິດຕາມຂ່າວສານທີ່ເປັນຕາຕື່ນຕະໜົກຢ່າງຕໍ່ເນື່ອງກໍສາມາດນຳໄປສູ່ຄວາມຄຽດແລະການຕັດສິນໃຈທີ່ບໍ່ດີໄດ້ ກຳນົດເວລາສະເພາະໃນການກວດສອບພ໋ອດການລົງທຶນຂອງຕົນເອງ ແລະ ຫຼີກລ້ຽງຄວາມຕ້ອງການທີ່ຈະກວດສອບຕະຫຼາດຕະຫຼອດເວລາ.

2 ກະຈາຍການລົງທຶນ ການກະຈາຍການລົງທຶນສາມາດຫຼຸດຜົນກະທົບຈາກການຕົກຕ່ຳໃນສັບຊັບໃດໃດການກະຈາຍພ໋ອດການລົງທຶນໄປຍັງຄຮິບໂຕຫຼາຍຊະນິດແລະສິນຊັບປະເພດອື່ນສາມາດຫຼຸດຄວາມສ່ຽງແລະຫຼຸດແຮງກົດດັນທາງອາລົມໃນການຂາຍໃນຊ່ວງຕະຫຼາດຕົກຕ່ຳໄດ້.

3 ຂໍຄຳແນະນຳຈາກຜູ້ຊ່ຽວຊານ ຫາກພົບວ່າການຈັດການກັບອາລົມຫຼືພັດທະນາກົນລະຍຸດລົງທຶນທີ່ໝັ້ນຄົງເປັນເລື່ອງຍາກ ພິຈາລະນາການຂໍຄຳປຶກສາຈາກທີ່ປຶກສາທາງການເງິນທີ່ມີປະສົບການໃນການລົງທຶນຄຮິບໂຕ ຜູ້ຊ່ຽວຊານສາມາດໃຫ້ມູມມອງທີ່ເປັນກາງແລະຊ່ວຍໃຫ້ເຮົາຕັດສິນໃຈໂດຍອີງຈາກເຫດຜົນແທນອາລົມ.

4 ມຸ່ງເນັ້ນໄປທີ່ໄລຍະຍາວ ການລົງທຶນໃນຄຮິບໂຕເຊັ່ນດຽວກັບການລົງທຶນອື່ນໆຄວນຖືກເບິ່ງໃນມູມມອງໄລຍະຍາວຕະຫຼາດອາດຈະມີຄວາມຜັນຜວນໃນໄລຍະສັ້ນ ແຕ່ຫຼາຍໆນັກລົງທຶນໄດ້ພົບຄວາມສຳເລັດຈາກການຖືຄອງສິນຊັບຂອງຕົນໃນຊ່ວງທີ່ຕະຫຼາດຕົກຕ່ຳ.

5 ຝຶກຄວາມອົດທົນ ຈື່ໄວ້ວ່າການລົງທຶນກໍແມ່ນການແລ່ນມາລາທອນບໍ່ແມ່ນແລ່ນໄລຍະສັ້ນ ການຕົກຕ່ຳຂອງຕະຫຼາດເປັນສິ່ງທີ່ທຳມະຊາດ ແລະ ຄວາມສາມາດໃນການຄົງຄວາມອົດທົນແລະຍຶດໝັ້ນໃນກົນລະຍຸດໃນຊ່ວງເວລານີ້ອາດເປັນປັດໄຈທີ່ເຮັດໃຫ້ເຮົາປະສົບຄວາມສຳເລັດຫຼືລົ້ມເຫຼວ.

ສະຫຼຸບ ການຂາຍດ້ວຍຄວາມຕື່ນຕະໜົກອາດເປັນຄວາມຜິດພາດທີ່ມີຄ່າໃຊ້ຈ່າຍສູງໃນໂລກທີ່ຜັນຜວນຂອງການລົງທຶນໃນຄຮິບໂຕ ການເຂົ້າໃຈວົງຈອນຕະຫຼາດ ການຕັ້ງເປົ້າໝາຍທີ່ຊັດເຈນ ແລະ ການຮັກສາລະບຽບວິໄນທາງອາລົມສາມາດຊ່ວຍໃຫ້ເຮົາຮັບມືກັບຕະຫຼາດທີ່ຕົກຕ່ຳໄດ້ຢ່າງໝັ້ນໃຈ ການນຳກົນລະຍຸດເຫຼົ່ານີ້ໄປປະຕິບັດພ້ອມກັບການຂໍຄຳແນະນຳຈາກຜູ້ຊ່ຽວຊານເມື່ອຈຳເປັນ ຈະຊ່ວຍໃຫ້ເຮົາມຸ່ງໝັ້ນໃນເປົ້າໝາຍການລົງທຶນໄລຍະຍາວ ແລະ ຫຼີກລ້ຽງການຂາຍດ້ວຍຄວາມຕື່ນຕະໜົກໄດ້.

#CryptoMarketMoves #BinanceBlockchainWeek #BlackRockETHOptions $BTC $ETH $BNB #MtGoxRepayments