ບິດຄອຍ ແລະ ຄຮິບໂຕສາມາດຊ່ວຍນັກລົງທຶນໃນຊ່ວງພາວະເສດຖະກິດຖົດຖອຍໄດ້ແນວໃດ?

ເມື່ອເສດຖະກິດໂລກພົບກັບຄວາມສ່ຽງຂອງພາວະເສດຖະກິດຖົດຖອຍ ນັກລົງທຶນຈຶ່ງຫັນມາຊອກຫາທາງເລືອກອື່ນເພື່ອປົກປ້ອງຊັບສິນຂອງຕົນເອງ. ການລົງທຶນແບບດັ້ງເດີມເຊັ່ນ ຫຸ້ນ, ພັນທະບັດ ແລະ ອະສັງຫາລິມະຊັບ ເປັນທາງເລືອກທີ່ນິຍົມໃນຊ່ວງທີ່ເສດຖະກິດຊະລໍຕົວ. ເຖິງຢ່າງໃດກໍຕາມການເຕີບໂຕຂອງບິດຄອຍ ແລະ ຄຮິບໂຕອື່ນໆ ເຮັດໃຫ້ນັກລົງທຶນເລີ່ມທົບທວນກົນລະຍຸດການລົງທຶນຂອງຕົນ. ບົດຄວາມນີ້ຈະລວບລວມບົດບາດຂອງຄຮິບໂຕໃນຊ່ວງຄວາມບໍ່ແນ່ນອນທາງເສດຖະກິດປຽບທຽບສັກກະລິຍະພາບຂອງຄຮິບໂຕກັບການລົງທຶນແບບດັ້ງເດີມ ແລະ ສຳຫຼວດວິທີທີ່ຄຮິບໂຕຫຼືສະກຸນດິຈິຕໍສາມາດໃຊ້ເປັນເຄື່ອງມືປ້ອງກັນຄວາມສ່ຽງຈາກເງິນເຟີ້ ແລະ ການຫຼຸດຄ່າເງິນໃນຊ່ວງເວລາທີ່ຍາກລຳບາກ

ກໍລະນີຂອງຄຮິຍໂຕໃນຊ່ວງເວລາເສດຖະກິດຖົດຖອຍ

ບິດຄອຍເຊິ່ງມັກຖືກເອີ້ນວ່າ “ທອງຄຳດິຈິຕໍ” ສະແດງໃຫ້ເຫັນເຖິງຄວາມຍືດຫຍຸ່ນໃນຊ່ວງເວລາທີ່ເສດຖະກິດບໍ່ໝັ້ນຄົງ ຈະຕ່າງກັນກັບສະກຸນເງິນດັ້ງເດີມທີ່ຢູ່ພາຍໃຕ້ແຮງກົດດັນຈາກເງິນເຟີ້ ແລະ ນະໂຍບາຍຂອງທະນາຄານກາງ ບິດຄອຍດຳເນີນການເທິງເຄືອຂ່າຍທີ່ກະຈາຍສູນ ຈຳນວນບິດຄອຍຖືກຈຳກັດໄວ້ທີ່ 21ລ້ານຫຼຽນ ເຮັດໃຫ້ມັນບໍ່ເກີດຜົນກະທົບຈາກການເພີ່ມປະລິມານເງິນທີ່ມັກເກີດນຶ້ນໃນຊ່ວງເສດຖະກິດຖົດຖອຍ.

ໃນຊ່ວງເສດຖະກິດຊະລໍຕົວ ທະນາຄານກາງມັກຈະຫຼຸດອັດຕາດອກເບ້ຍ ແລະ ພິມເງິນເພີ່ມເພື່ອກະຕຸ້ນການເຕີບໂຕ ເຖິງແມ້ວ່າມາດຕະການເຫຼົ່ານີ້ອາດຈະຊ່ວຍບັນເທົາໃນໄລຍະສັ້ນ ແຕ່ກໍຍັງເຮັດໃຫ້ມູນຄ່າຂອງສະກຸນເງິນທີ່ໃຊ້ຢູ່ຫຼຸດລົງ ນີ້ຄືຈຸດທີ່ຄຮິບໂຕໂດຍສະເພາະບິດຄອຍສາມາດເຂົ້າມາມີບົດບາດສຳຄັນ ໃນຖານະສິນຊັບທີ່ບໍ່ເກີດເງິນເຟີ້ ມູນຄ່າຂອງບິດຄອຍບໍ່ໄດ້ຖືກລົດທອນລົງດ້ວຍປະລິມານເງິນທີ່ຫຼາຍເກີນໄປ. ຈຶ່ງເຮັດໃຫ້ເປັນທາງເລືອກທີ່ໜ້າສົນໃຈສຳລັບການຮັກສາຄວາມມັ່ງຄັ່ງ.

ນອກຈາກນີ້ທຳມະຊາດທີ່ກະຈາຍສູນຂອງຄຮິບໂຕໝາຍຄວາມວ່າມັນບໍ່ໄດ້ຜູກຕິດກັບລັດຖະບານຫຼືເສດຖະກິດໃດໆ ສິ່ງນີ້ສາມາດເຮັດໜ້າທີ່ເປັນເກາະປ້ອງກັນຄວາມສ່ຽງຈາກປັດໄຈທາງພູມລັດສາດ Geopolitical ເຊັ່ນໃນຊ່ວງທີ່ເກີດການລະບາດຂອງໂຄວິດ-19 ເມື່ອມີຄວາມຜັນຜວນສູງໃນຕະຫຼາດການລົງທຶນແບບດັ້ງເດີມ ນັກລົງທຶນທີ່ຕ້ອງການກະຈາຍພ໋ອດການລົງທຶນໃນຊ່ວງເວລາທີ່ບໍ່ແນ່ນອນອາດພົບວ່າຄຮິບໂຕເປັນທາງເລືອກທີ່ມີສັກກະລິຍະພາບຫຼາຍກວ່າສິນຊັບປອດໄພແບບດັ້ງເດີມເຊັ່ນ ທອງຄຳ

ການປຽບທຽບຄຮິບໂຕກັບການລົງທຶນດັ້ງເດີມ

ເມື່ອປຽບທຽບຄຮິບໂຕກັບການລົງທຶນແບບດັ້ງເດີມໃນຊ່ວງເສດຖະກິດຖົດຖອຍ ມີຫຼາຍປັດໄຈທີ່ຄວນພິຈາລະນາ: ຄວາມຜັນຜວນ ສະພາບຄ່ອງ ແລະ ສັກກະລິຍະພາບໃນການເຕີບໂຕ.

⏺️ຄວາມຜົນຜວນ : ຄຮິບໂຕມີຊື່ສຽງໃນເລື່ອງຄວາມຜັນຜວນ ລາຄາອາດປ່ຽນແປງຫຼາຍໃນໄລຍະເວລາສັ້ນ ເຊິ່ງອາດເປັນໄດ້ທັງຂໍ້ດີແລະຄວາມສ່ຽງ ການລົງທຶນແບບດັ້ງເດີມເຊັ່ນ ພັນທະບັດ ຫຼື ຫຸ້ນທີ່ມີຄຸນນະພາບສູງມັກມີສະຖຽນລະພາບຫຼາຍກວ່າແຕ່ກໍອາດຈະມີຜົນຕອບແທນທີ່ຕ່ຳກວ່າ. ຢ່າງໃດກໍຕາມໃນຊ່ວງເສດຖະກິດຖົດຖອຍ ແມ້ແຕ່ການລົງທຶນທີ່ປອດໄພກໍອາດຈະປະສົບກັບການຂາດທຶນ. ການເຄື່ອນໄຫວຂອງລາຄາບິດຄອຍໃນອາດີດສະແດງໃຫ້ເຫັນວ່າບາງເທື່ອມັນອາດຈະບໍ່ສຳພັນກັບຕະຫຼາດດັ້ງເດີມ ເຮັດໃຫ້ມັນເປັນທາງເລືອກທີ່ດີໃນການປ້ອງກັນຄວາມສ່ຽງເມື່ອສິນຊັບອື່ນໆສູນເສຍມູນຄ່າ.

⏺️ສະພາບຄ່ອງ : ໝາຍເຖິງຄວາມສາມາດໃນການປ່ຽນສັບຊິນເປັນເງິນສົດໂດຍບໍ່ກະທັບຕໍ່ລາຄາຂອງມັນ ຄຮິບໂຕມີການຊື້ຂາຍຕະຫຼອດ24ຊົ່ວໂມງ ຈຶ່ງມີສະພາບຄ່ອງສູງ ແຕ່ໃນທາງກົງກັນຂ້າມສິນຊັບແບບດັ້ງເດີມເຊັ່ນອະສັງຫາລິມະຊັບ ຫຼື ພັນທະບັດໄລຍະຍາວອາດຈະບໍ່ສາມາດຖືກແປງເປັນເງິນສົດໄດ້ງ່າຍໃນຊ່ວງເສດຖະກິດຖົດຖອຍ ຄວາມສາມາດໃນການຍ້າຍເງິນລົງທຶນເຂົ້າອອກໄດ້ຢ່າງໄວວາອາດຈະເປັນຂໍ້ໄດ້ປຽບທີ່ສຳຄັນໃນຊ່ວງເວລາທີ່ເສດຖະກິດບໍ່ແນ່ນອນ.

⏺️ສັກກະລິຍະພາບໃນການເຕີບໂຕ : ເຖິງແມ້ວ່າການລົງທຶນດັ້ງເດີມເຊັ່ນຫຸ້ນຈະມີປະວັດຍາວນານໃນການໃຫ້ຜົນຕອບແທນ ແຕ່ສັກກະລິຍະພາບໃນການເຕີບໂຕຂອງມັນອາດຈະຖືກຈຳກັດໃນຊ່ວງເສດຖະກິດຖົດຖອຍ ບໍລິສັດອາດຈະຕັດເງິນປັນຜົນ ແລະ ລາຄາຫຸ້ນອາດຈະຊະງັກ ຫຼື ຖົດຖອຍໃນທາງກົງກັນຂ້າມຄຮິບໂຕຍັງຄົງຢູ່ໃນຊ່ວງເລີ່ມຕົ້ນແລະມີສັກກະລິຍະພາບໃນການເຕີບໂຕຫຼາຍຍົກຕົວຢ່າງເຊັ່ນການເພີ່ມຂຶ້ນຢ່າງໄວຂອງລາຄາບິດຄອຍໃນຊ່ວງທົດສະວັດທີ່ຜ່ານມານັ້ນເກີນກວ່າຜົນຕອບແທນຂອງສິນຊັບແບບດັ້ງເດີມສ່ວນໃຫຍ່ເຮັດໃຫ້ມັນເປັນທາງເລືອກທີ່ໜ້າສົນໃຈສຳລັບນັກລົງທຶນທີ່ເບິ່ງຫາຜົນຕອບແທນສູງແມ້ວ່າຈະມີຄວາມສ່ຽງສູງກໍຕາມ.

ການໃຊ້ຄຮິບໂຕເປັນເຄື່ອງມືປ້ອງກັນຄວາມສ່ຽງ

ໜຶ່ງໃນຄວາມກັງວົນຫຼັກໃນຊ່ວງເສດຖະກິດຖົດຖອຍຄືເງິນເຟີ້ ເມື່ອລາຄາສິນຄ້າ ແລະ ບໍລິການເພີ່ມຂຶ້ນ ມູນຄ່າຂອງສະກຸນເງິນທີ່ໃຊ້ຢູ່ຈະຫຼຸດລົງເຮັດໃຫ້ກຳລັງຊື້ຂອງເງິນຫຼຸດລົງ ຄຮິບໂຕທີ່ມີຈຳນວນຈຳກັດມີສັກກະລິຍະພາບໃນກາຍປ້ອງກັນຄວາມສ່ຽງຈາກເງິນເຟີ້, ບິດຄອຍໂດຍສະເພາະຢ່າງຍິ່ງໄດ້ຮັບການຂະໜານນາມວ່າເປັນ “ທອງຄຳດິຈິຕໍ” ເນື່ອງຈາກລັກສະນະທີ່ບໍ່ເກີດເງິນເຟີ້ຂອງມັນ ເມື່ອມີນັກລົງທຶນຫຼາຍຂຶ້ນທີ່ຕະໜັກເຖິງສິ່ງນີ້ ຄວາມຕ້ອງການສຳລັບບິດຄອຍອາດເພີ່ມຂຶ້ນໃນຊ່ວງເສດຖະກິດຖົດຖອຍ ເຊິ່ງອາດສົ່ງຜົນໃຫ້ລາຄາຂອງມັນສູງຂຶ້ນ.

ຂໍ້ໄດ້ປຽບອີກປະການໜຶ່ງຂອງຄຮິບໂຕຄືຄວາມສາມາດໃນການຫຼີກລ້ຽງລະບົບການເງິນແບບດັ້ງເດີມ ໃນຊ່ວງເວລາເສດຖະກິດຕົກຕ່ຳ ລັດຖະບານອາດກຳນົດມາດຕະການຄວບຄຸມເງິນທຶນ ຈຳກັດການເຄື່ອນຍ້າຍຂອງເງິນຂ້າມພົມແດນ ຄຮິບໂຕທີ່ເປັນລະບົບການກະຈາຍສູນຊ່ວຍໃຫ້ນັກລົງທຶນສາມາດຍ້າຍສິນຊັບໄດ້ຢ່າງໄວແລະອິດສະຫຼະ ໂດຍບໍ່ຕ້ອງຜ່ານຂໍ້ຈຳກັດເຫຼົ່ານີ້ເຊິ່ງອາດຈະເປັນປະໂຫຍດຢ່າງຍິ່ງໃນປະເທດທີ່ມີສະກຸນເງິນທີ່ບໍ່ໝັ້ນຄົງຫຼືທີ່ລະບົບທະນາຄານມີຄວາມຄຽດ.

ຢ່າງໃດກໍຕາມ ສິ່ງສຳຄັນຄືຕ້ອງຮູ້ວ່າຄຮິບໂຕທັງໝົດບໍ່ເທົ່າກັນ ບິດຄອຍເປັນສະກຸນເງິນທີ່ມີການຍອມຮັບແລະເປັນທີ່ຮູ້ຈັກຫຼາຍທີ່ສຸດ ແຕ່ຄຮິບໂຕອື່ນໆເຊັ່ນ Ethereum ກໍມີຄຸນສົມບັດສະເພາະຕົວທີ່ອາດມີຄຸນຄ່າໃນຊ່ວງເສດຖະກິດຖົດຖອຍ ຕົວຢ່າງເຊັ່ນ ຄວາມສາມາດຂອງ Ethereum ໃນການສ້າງສັນຍານອັດສະລິຍະ smart contract ສາມາດເຮັດໃຫ້ເກີດບໍລິການທາງການເງິນທີ່ກະຈາຍສູນເຊິ່ງເຮັດວຽກຢ່າງອິດສະຫຼະຈາກທະນາຄານແບບດັ້ງເດີມໃຫ້ຊ່ອງທາງເພີ່ມເຕີມສຳຫຼັບການລົງທຶນ ແລະ ການຮັກສາຄວາມມັ່ງຄັ່ງ.

#CryptoMarketMoves #BlackRockETHOptions #BinanceBlockchainWeek $BTC $ETH $BNB #CryptoMarketMoves