ຄຮິບໂຕຮູບແບບໃດທີ່ຄວນຫຼີກລ້ຽງ?

ປັດຈະບັນໃນຕະຫຼາດຄຮິບໂຕມີຫຼາຍກວ່າ 1000 ສະກຸນ ແລະ ອີກຫຼາຍຮູບແບບສ້າງຂຶ້ນມາໃຫ້ຕ່າງກັນອອກໄປ. ນີ້ກໍເປັນອີກບັນຫາທີ່ນັກລົງທຶນຈະສາມາດສຶກສາໃຫ້ທົ່ວເຖິງໄດ້ຢ່າງໃດກໍຕາມຄຮິບໂຕຄວນມີເປົ້າໝາຍທີ່ຊັດເຈນຄືສ້າງມາເພື່ອ ມີປະໂຫຍດ ແລະ ໃຊ້ງານໄດ້ແນວໃດ, ສ້າງມາເພື່ອແກ້ໄຂບັນຫາໃນສ່ວນໃດ, ມີການເຄື່ອນໄຫວທີ່ດີຫຼືບໍ ສະຫຼຸບໃຫ້ເລືອກຄຮິບໂຕທີ່ສ້າງມາມີເປົ້າໝາຍຊັດເຈນ ແລະ ສົມເຫດສົມຜົນ ສຳຄັນແມ່ນໃຫ້ຫຼີກລ້ຽງຈຳພວກສ້າງມາໂດຍບໍ່ມີເປົ້າໝາຍເຊັ່ນຫຼຽນມີມຕ່າງໆ.

ຄວາມລົ້ມເຫຼວຫຼັກຂອງຄຮິບໂຕແມ່ນຫຍັງ?

ການຖົກຖຽງກ່ຽວກັບຄວາມລົ້ມເຫຼວຫຼັກຂອງຄຣິບໂຕເປັນເລື່ອງທີ່ເກີດຄວາມຄິດເຫັນຫຼາຫຫຼາຍແຕກຕ່າງກັນ ບາງຄົນຄິດວ່າໂຄງການນັບພັນນັບຮ້ອຍທີ່ບໍ່ໄດ້ຮັບການຍອມຮັບຫຼືຍອມຮັບວ່າເປັນຄວາມລົ້ມເຫຼວທີ່ໃຫຍ່ທີ່ສຸດ, ຍົກເຫດການຂຶ້ນມາເວົ້າເຊັ່ນ Terra USD ເຊິ່ງເປັນ stablecoin ທີ່ສູນເສຍການຕຶງຄ່າເງິນ ເສຍການສົມດູນມູນຄ່າ ແລະ ເຮັດໃຫ້ເກີດຄວາມເສຍຫາຍນັບຫຼາຍລ້ານລ້ານໂດລ່າ. ນອກນັ້ນຍັງມີບາງຄົນເຊື່ອວ່າຄຮິບໂຕລົ້ມເຫຼວຈາກການພິສິດເປົ້າໝາຍບໍ່ສຳເລັດ ຫຼື ລົ້ມເລວໃນການບັນລຸຈຸດປະສົງເຊັ່ນວ່າ ຕ້ອງການທີ່ຈະມາທົດແທນລະບົບການເງິນແບບດັ້ງເດີມ ແລະ ກຳຈັດຕົວກາງການເງິນ ພວກເຂົາໂຕ້ແຍ້ງວ່າຄຮິບໂຕລົ້ມເຫຼວເພາະຕອນນີ້ມັນຄ້າຍກັບການພະນັນຫຼາຍກວ່າລະບົບການຊຳລະເງິນແບບກະຈາຍອຳນາດ.

5 ຂໍ້ເປັນຫຍັງນັກລົງທຶນຂາດທຶນໃນຕະຫຼາດຄຮິບໂຕ?

1️⃣ຂາດຄວາມຮູ້ພື້ນຖານກ່ຽວກັບ Cryptocurrency

ນັກລົງທຶນໃຫມ່ອາດຈະຖືກດຶງດູດຈາກການໂຄສະນາທາງອ້ອມເຊັ່ນຫຼຽນ Bitcoin, ແລະ ຄຮິບໂຕອື່ນ, ແຕ່ການລົງທຶນຕ້ອງການຄວາມເຂົ້າໃຈຢ່າງເລິກເຊິງ ແລະ ຕ້ອງຮູ້ວ່າມັນເຮັດວຽກແນວໃດ. ການລົງທຶນໃນສິ່ງທີ່ບໍ່ເຂົ້າໃຈ ແລະ ພະຍາຍາມຝືນເທຮດມັນໂດຍທີ່ບໍ່ເຂົ້າໃຈວ່າມັນແມ່ນຫຍັງຈະເປັນການລົງທຶນເສຍລ້າ. ຄວນສຶກສາແລະເຂົ້າໃຈໃນຫຼາກຫຼາຍປະເພດຄຮິບໂຕກ່ອນລົງທຶນ.

2️⃣ບໍ່ສົນໃຈຄ່າທຳນຽມ

ຂະນະທີ່ການຊື້ຂາຍຄຮິບໂຕມີຫຼາຍທາງເລືອກແຕ່ສຳລັບມືໃຫມ່ເຂົ້າມາໃນຕະຫຼາດໂດຍທີ່ຂາດຄວາມຮູ້ຄວາມເຂົ້າໃຈໃນການຄິດໄລ່ຄ່າທຳນຽມຂອງບ໋ອກເຊນ, ຄ່າທຳນຽມຂອງ exchange, ແລະ ຄ່າທຳນຽມອື່ນໆ. ຕົວຢ່າງການຊື້ຂາຍຄຮິບໂຕດ້ວຍບັດເຄດິດຈະຕ້ອງເສຍຄ່າທຳນຽມປະມານ 3% ຫຼື ຫຼາຍກ່ອນນັ້ນ, ແລະ ຄ່າທຳນຽມອີກ 1% ໃນການແລກປ່ຽນຜ່ານ exchange ແລະ ຫາກໂອນຜ່ານບ໋ອກເຊນເສຍຄ່າທຳນຽມອີກ ຕາມລາຄາທຳນຽມຂອງແຕ່ລະບ໋ອກເຊນໃນເວລານັ້ນນັ້ນ. ສະນັ້ນຕ້ອງຄຳນວນເຖິງຄ່າທຳນຽມກ່ອນອື່ນໝົດ.

3️⃣ຄວາມຄິດລະຍະສັ້ນ

ນັກລົງທຶນໃຫມ່ມັກຈະມາພ້ອມຄວາມຄິດຢາກລວຍໄວ, ເຂົ້າມາແລ້ວຫວັງໃນກຳໄລໄລຍະສັ້ນ ແບບນີ້ແມ່ນຄວາມຄິດໄລຍະສັ້ນເຮັດໃຫ້ນັກລົງທຶນມີໂອກາດຈະເສຍເງິນລົງທຶນທັງໝົດໄດ້ ເພາະຂາດການທຳຄວາມເຂົ້າໃຈເລິກເຊິງເຮັດໃຫ້ເກີດມີຄວາມຄິດໂລບໃນຕະຫຼາດ. ການມີຄວາມຄິດການລົງທຶນໃນໄລຍະຍາວຈະຊ່ວຍໃຫ້ນັກລົງທຶນສາມາດເລືອກຄຮິບໂຕໄດ້ຢ່າງລະມັດລະວັງ.

4️⃣ເກັບຄຮິບໂຕໄວ້ໃນ online wallet

ການເກັບຄຮິບໂຕໃນ digital wallet ມີທັງ online ແລະ offline. ການໃຊ້ງານກະເປົ່າແບບ online wallet ຈະສະດວກກ່ອນແລະຫຼາຍຄົນເລືອກໃຊ້ ແຕ່ຂະນະດຽວກັນໃນເລື່ອງຄວາມປອດໄພກໍຄ່ອນຂ້າງສ່ຽງຖືກໂຈນລະກຳກ່ອນ offline wallet ໃນຂະນະທີ່ offline wallet ຫຼື offline hardware wallet ນັກລົງທຶນມີສິ່ງດຽວທີ່ຕ້ອງເຮັດກໍຄືຮັກສາລະຫັດ private key ແລະ ຮັກສາໂຕhardware wallet ນັ້ນໃຫ້ດີດີ.

5️⃣ຖືກສະແກມ ຫຼື ຖືກໂຈລະກຳ

ສະຖິຕິບອກວ່າໃນປີ 2021 ການຖືກໂຈລະກຳທັງໝົດເກີດຄວາມເສຍຫາຍທີ່ 10ພັນລ້ານໂດລ່າ ໃນໂລກການລົງທຶນຄຮິບໂຕ, ສ່ວນໃນປີ 2022 ແລະ 2023 ຢູ່ທີ່ 6.5ພັນລ້ານໂດລ່າ ແລະ 4.6ພັນລ້ານໂດລ່າຕາມລຳດັບ. ໂຈນໃນໂລກຄຮິບໂຕຈະມາໃນຫຼາກຫຼາຍຮູບແບບ ໃຊ້ເທັກນິກທີ່ຊັບຊ້ອນໃນການຕົວະນັກລົງທຶນ ແລະ ໂຈລນລະກຳຜ່ານການເຈາະແຮ໋ກກະເປົ່າຄຮິບໂຕຂອງນັກລົງທຶນ. ຫຼາຍກໍລະນີທີ່ເກີດຂຶ້ນຈະມີທັງການໂນ້ມນ້າວນັກລັງທຶນໃຫ້ໂອນເງິນຜ່ານຄຮິບໂຕ ມີທັງໂນ້ມນ້າວໃຫ້ລົງທຶນຕ່າງໆ ໂນ້ມນາວດ້ວຍຄວາມຮັກກໍມີເຊັ່ນກັນ ຈະມາໃນຫຼາກຫຼາຍຮູບແບບລວມລວມແລ້ວເສຍຫາຍກັນຫຼາຍລ້ານໂດລ່າ.

ການລົງທຶນໃນຄຮິບໂຕມີຄວາມສ່ຽງຜູ້ລົງທຶນຄວນສືກສາດ້ວຍຕົນເອງ ແລະ ບໍລິຫານຄວາມສ່ຽງທີ່ຈະເກີດຂຶ້ນ ຂອບໃຈທີ່ອ່ານກັນມາຮອດນີ້.🙏🏻

#CryptoMarketMoves #BlackRockETHOptions #BinanceBlockchainWeek $BTC $BNB $ETH