#P2PScamAwareness #MarketDownturn #BinanceTurns7 #MarketDownturn

What is the definition of P2P ?

P2P ຫຼື ພາສາອັງກິດເອີ້ນວ່າ Peer to Peer ຄືເຄື່ອສັງຄົມອິນເຕີ້ເນັດມີບົດບາດໃນການໃຊ້ອິນເຕີ້ເນັດເພື່ອແລກປ່ຽນແລະສື່ສານລະຫວ່າງຜູ້ໃຊ້ງານຕໍ່ກັບຜູ້ໃຊ້ງານ.

ຜູ້ຄິດຄົ້ນເຄື່ອຂ່າຍ peer to peer ແມ່ນໃຜ ແລະ ມີເພື່ອຫຍັງ?

ເຄື່ອຂ່າຍ peer to peer ຖືກຄິດຄົ້ນແຕ່ປີ 1979 ເຊິ່ງມີຜູ້ຄິດຄົ້ນ peer to peer ຄື Usenet ໃນຍຸດທຳອິດຂອງອິນເຕີ້ເນັດຖືວ່າ P2P ເປັນສິ່ງໃຫມ່ ແລະ ນ່າສົນໃຈດ້ວຍລັກສະນະທີ່ຄ້າຍກັບການໃຊ້ງານອອນໄລອິນເຕີເນັດໃນປັດຈຸບັນທີ່ເຮົາໃຊ້ກັນ ເຊິ່ງເປັນເທັກໂນໂລຢີທີ່ເຂົ້າມາຊ່ວຍໃຫ້ຜູ້ໃຊ້ງານສາມາດທີ່ຈະແລກປ່ຽນຂໍ້ມູນເຊິ່ງກັນແລະກັນໄດ້ງ່າຍຂຶ້ນໂດຍບໍ່ຈຳເປັນໃຊ້ການແຊພື້ນທີ່ກັບ server ກາງທີ່ເຮັດວຽກຜ່ານເວັບໄຊ້ອີກຕໍ່ໄປ. ເຄືອຂ່າຍ peer to peer ແຕ່ລະຜູ້ໃຊ້ຈະເຮັດໜ້າທີ່ຮັບແລະສົ່ງຂໍ້ມູນໃນເວລາດຽວກັນ.

P2P BIANCE ເຮັດວຽກແນວໃດ?

P2P Binance ໃຊ້ເປັນຕະຫຼາດໃນ Binance ໃຊ້ແລກປ່ຽນຊື້ຂາຍຫຼຽນຄຮິບໂຕແບບ peer to peer ຫຼື ຄົນຕໍ່ຄົນໂດຍມີ Binance ເປັນຄົນກາງຮັກສາຄວາມປອດໄພໃນການເຮັດທຸລະກຳແຕ່ລະຄັ້ງລະຫວ່າງຜູ້ຊື້ກັບຜູ້ຂາຍ ແລະ ມີຄ່າທຳນຽມໃນທຸລະກຳນັ້ນນັ້ນອີກດ້ວຍ.

Binance P2P ປອດໄພບໍ?

ສຳລັບການຊື້ຂາຍເທິງ Binance P2P ນັ້ນຕ້ອງບອກວ່າປອດໄພພໍສົມຄວນ. ການຊື້ຂາຍ Binance P2P ເປັນການຊື້ລະຫວ່າງຄົນກັບຄົນໂດຍມີ Binance ເປັນໂຕກາງຢູ່.ຜູ້ຂາຍບໍ່ສາມາດຂາຍຫຼຽນເກີນຈຳນວນທີ່ຕົນເອງມີ ກໍຄືຖ້າບໍ່ມີຫຼຽນໃນລະບົບຈະບໍ່ສາມາດຂາຍໄດ້ ເພາະສະນັ້ນມິດຊາຊີບບໍ່ສາມາດຂາຍສຸ່ມສີ່ສຸ່ມຫ້າ.ທຸກຄັ້ງທີ່ມີການຊື້ຂາຍຫຼຽນ ຫຼື ເງິນ. Fiat ກັນ ທັງຜູ້ຂາຍແລະຜູ້ຊື້ຈະຕ້ອງຍືນຍັນການຮັບເງິນ ແລະ ປ່ອຍຫຼຽນຄຮິບໂຕດ້ວຍຕົນເອງ..ສິນຊັບໃນການຊື້ຂາຍທຸກອັນຈະຢູ່ໃນລະບົບ Binance ຫາກເກີດກໍລະນີໂອນເງິນໄປແລ້ວຄົນຂາຍບໍ່ປ່ອຍຫຼຽນມາກໍຕາມ Binance ກໍສາມາດປ່ອຍຫຼຽນນັ້ນໃຫ້ເຮົາຫາກວ່າເຮົາໄດ້ໂອນເງິນໄປແທ້. ຫຼັງ 15 ນາທີ ຫຼື 30 ນາທີ (ເວລາຕ່າງກັນຕາມຜູ້ຂາຍກຳນົດ) ຈາກການຍືນຍັນການຊື້ຂາຍ ຫາກເກີດຂໍ້ຜິດພາດໃນການຊື້ຂາຍບໍ່ສຳເລັດ ເຮົາສາມາດກົດປຸ່ມ “Appeal”ເພື່ອໃຫ້ Binance support ຊ່ວຍເຫຼືອໄດ້. Binance support ຈະຮອງຮັບຕະຫຼອດ 24 ຊົ່ວໂມງ.

ການເຮັດວຽກຂອງ Binance P2P

ການເຮັດວຽກກໍຄື ຫາກມີຄົນຕ້ອງການຂາຍ ເງິນຂອງຜູ້ຂາຍຈະຕ້ອງຖືກເກັບຫຼືລ໋ອກໄວ້ເພື່ອຂາຍໂດຍຄົນກາງກໍຄື Binance ເພື່ອໃຫ້ຄົນຊື້ຮູ້ສຶກໝັ້ນໃຈໄດ້ວ່າຄຮິບໂຕທີ່ຈະຊື້ຖືກລ໋ອກໃນລະບົບແລ້ວ ຂັ້ນຕໍ່ມາຄົນຊື້ກໍຕ້ອງໂອນເງິນໃຫ້ຄົນຂາຍຫຼັງຈາກນັ້ນກໍຍືນຍັນການໂອນສຳເລັດແລ້ວ ລະບົບກາງຢ່າງ Binance ກໍຈະປ່ອຍຄຮິບໂຕນັ້ນນັ້ນມາຍັງຜູ້ຊື້ ເຖິງຢ່າງໃດກໍຕາມການເຮັດທຸລະກຳຕ່າ

ຕ່າງກໍຍັງມີຄວາມສ່ຽງຈະພົບເຈິກັບມິດຊາຊີບ ບໍ່ວ່າຈະມາໃນຮູບແບບມບັນຊີມ້າ , ຕົວະບັນຊີບຸກຄົນທີ່ສາມມາໂອນເງິນ ຫຼື ມາຮັບເງິນໂອນ ສະນັ້ນເຮົາຕ້ອງມີສະຕິລະວັງມິດຊາຊີບ.

ແລ້ວຈະຮູ້ຄັດມິດຊາຊີບ ແລະ ເຮັດທຸລະກຳໃຫ້ປອດໄພແນວໃດ?

ມິດຊາຊີບຈະມາໃນຫຼາກຫຼາຍຮູບແບບແຕ່ເນື້ອໃນຕໍ່ໄປນີ້ເຮົາຈະອະທິບາຍເພື່ອໃຫ້ຜູ້ໃຊ້ງານ Binance P2P ໃຫ້ປອດໄພທີ່ສຸດ.

  • ຫ້າມຮັບເງິນຈາກບຸກຄົນທີ່ສາມ ເຊັ່ນຫາກຄົນຊື້ຊື່ ທ້າວ ສົມສີ ມີໄຊ ຕ້ອງຮັບເງິນຈາກບັນຊີທີ່ເປັນຊື່ດັ່ງກ່າວເທົ່ານັ້ນ ເພື່ອຫຼີກລ້ຽງກໍລະນີມີດຊາຊີບຕົວະບຸກຄົນອື່ນໃຫ້ໂອນມາໃສ່ບັນຊີເຮົາເພື່ອເອົາຄຮິບໂຕແລ້ວໜີໄປ.

  • ຫ້າມບໍ່ໃຫ້ຊື້ຂາຍກັນນອກ ຕະຫຼາດ Binance P2P ເພື່ອຫຼີກລ້ຽງກໍລະນີໂອນເງິນແລ້ວຄົນຂາຍໂຕນໜີ.ກໍລະນີນີ້ແມ່ນນອກເໜືອຄວາມສາມາດຊ່ວຍເຫຼືອຂອງ Binance.

  • ຫ້າມກົດຍືນຍັນໃດໃດ ຫາກບໍ່ທັນໄດ້ກວດສອບການໂອນ ຄວນກວດສອບໃຫ້ແນ່ໃຈວ່າເງິນໄດ້ຖືກໂອນເຂົາມາໃນບັນຊີເຮົາແທ້ 100% ກໍລະນີນີ້ມິດຊາຊີບສາມາດສ້າງບິນໂອນເງິນປອມມາຕົວະເຮົາ ແລະ ຈະພະຍາຍາມເລັ່ງໃຫ້ເຮົາຍືນຍັນ, ສະນັ້ນ ເຮົາຕ້ອງກວດໃຫ້ໝັ້ນໃຈອີກຮອບໜຶ່ງ.

  • ຫ້າມຊື້ຂາຍກັບບຸກຄົນຕ່າງຊາດເພື່ອຫຼີກລ້ຽງບັນຫາການປົບໜີອອກນອກປະເທດ ກໍລະນີນີ້ຫາກມີບັນຫາເກີດຂຶ້ນເຮົາຈະເສຍເວລາໃນການຟ້ອງຮ້ອງ.

ວິທີການຊື້ຂາຍໃນ Binance P2P

ຂັ້ນຕອນແລກໃຫ້ເຮົາໄປທີ່ໜ້າຕ່າງ P2P ກ່ອນ , ແລ້ວປ່ຽນສະກຸນເງິນ ໃຫ້ເປັນສະກຸນເງິນກີບ “LAK” ໃນໜ້າຕ່າງຈະຢູ່ຄຳວ່າ PHP ຫັນໃຫ້ກົດແລ້ວປ່ຽນ.

  • ການຊື້

ການຊື້ສິ່ງທີ່ເຮົາຕ້ອງເຮັດມາເບິ່ງກັນເລີຍ

ຂັ້ນຕອນນີ້ແມ່ນເບິ່ງເລກບັນຊີໂອນ . ເວລາທີ່ເຮົາໂອນເງິນໃຫ້ກວດຄືນຊື່ຄົນຊື້ ແລະ ບັນຊີໂອນຖືກຕ້ອງກັນແລ້ວບໍ ❌ຫາກຊື່ຄົນຊື້ແລະບັນຊີບໍ່ຖືກຕ້ອງກົງກັນໃຫ້ກົດ Cancel ເລີຍເພື່ອຫຼີກລ້ຽງກັນໂອນໃສ່ບັນຊີບຸກຄົນທີ່ສາມ .

ຫຼັງຈາກໂອນເງິນແລ້ວ ໃຫ້ກົດຍືນຍັນການໂອນ “Transferred, Notify seller”

  • ການຂາຍ

    ການຂາຍຂັ້ນຕອນງ່າຍງ່າຍແຕ່ສຳຄັນຕ້ອງກວດສອບຊື່ແລະບັນຊິຄົນໂອນມາໃຫ້ກົງກົນ ເພື່ອຫຼີກລ້ຽງບັນຊີທີ່ສາມ.

    ມາຮອດນີ້ໃຫ້ລໍຖ້າເງິນທີ່ໂອນເຂົ້າມາເຂົ້າບັນຊີເຮົາຮຽບຮ້ອຍກ່ອນ ແລ້ວໃຫ້ກວດສອບຊື່ແລະບັນຊີທີ່ໂອນເຂົ້າມາກົງກັນບໍ. ຫາກເງິນໂອນເຂົ້າແລ້ວບໍ່ມີບັນຫາ ຈາກນັ້ນເຮົາກົດຍືນຍັນ payment received

    ແລ້ວມາຍືນຍັນອີກຮອບເປັນອັນຈົບການຊື້ຂາຍ .

ການລົງທຶນໃນຄຮິບໂຕມີຄວາມສ່ຽງ ຜູ້ລົງທຶນຄວນສຶກສາໃຫ້ຮອບຄອບຊະກ່ອນ

ລະມັດລະວັງມິດຊາຊີບຈະມາໃຫ້ທຸກຮູບແບບ ໃຫ້ທຸກຄົນມີສະຕິ.