#CryptoBuyingGuide “ແລ້ວກ່ອນລົງທຶນຫຼຽນຄຮິບໂຕເຮົາຕ້ອງເບິ່ງຫຍັງແດ່?” ໄປເບິ່ງກັນ

7 ຢ່າງຫຼັກຫຼັກທີ່ນັກລົງທຶນຕ້ອງພິຈາລະນາກ່ອນລົງທຶນ

ຕະຫຼາດຄຮິບໂຕດຶງດູດນັດລົງທຶນໃຫມ່ເຂົ້າມາໄດ້ເລື້ອຍໆ ຄົນທຳມະດາທີ່ບໍ່ມີປະສົບການໃນການລົງທຶນກໍໃຫ້ຄວາມສົນໃຈຢ່າງລົ້ນລາມ ເຖິງວ່າ Bitcoin (BTC) ເອງເປັນສະກຸນດິຈິຕໍອັນທຳອິດກໍຕາມ ປັດຈະບັນກໍຍັງເກີດມີຫຼຽນຄຮິບໂຕໃຫມ່ຂຶ້ນໃນທຸກທຸກມື້ທຸກທຸກມຸມໂລກທັງບໍ່ວ່າຈະເປັນ Altcoins , Memecoins , Tokens ອື່ນໆຫຼາກຫຼາຍປະປົ່ນກັນໄປ ລວມກັນເກີນ 19,000 ສະກຸນ.

ຄັ້ງແລກໃນການລົງທຶນຄຮິບໂຕຂອງທຸກຄົນອາດເບິ່ງເປັນຊົງອັນຕະລາຍ ແລະ ນັກລົງທຶນຫຼາຍຄົນຄ່ອນຂ້າງຢ້ານຕະຫຼາດນີ້ອີກດ້ານໜຶ່ງໃນນັ້ນເອງກໍມີກົນລະຍຸດເລັກນ້ອຍທີ່ນັກລົງທຶນສາມາດນຳໄປໃຊ້ເພື່ອຕັດສິນໃຈກ່ອນການລົງທຶນໄດ້ງ່າຍຂຶ້ນ ແລະ ຫຼຸດຄວາມສ່ຽງ. ໃນບົດຄວາມນີ້ເຮົາຄັດເນື້ອໃນໃຫ້ກັບຜູ້ອ່ານດ້ວຍ 7 ຢ່າງຫຼັກຫຼັກທີ່ຕ້ອງພິຈາລະນາ ແລະ ສຶກສາກ່ອນລົງທຶນໃຫ້ມີປະສິດຕິພາບໃຫ້ການປະເມີນສະກຸນດິຈິຕໍເຫຼົ່ານັ້ນໄດ້ດີຂຶ້ນ.

  1. Check out the project’s website

    ກວດສອບເວັບໄຊ້ຂອງໂປຣເຈັກ

    ທຸກທຸກຄຮິບໂຕທີ່ຄຸ້ມຄ່າກັບເວລາ ແລະ ເມັດເງິນລົງທຶນຕ້ອງມີເວັບໄຊ້. ປັດຈະບັນການສ້າງເວັບໄຊ້ເປັນສິ່ງທີ່ງ່າຍດາຍເພື່ອໃຫ້ຄົນໄດ້ເຂົ້າເຖິງຂໍ້ມູນຂອງໂປຣເຈັກນັ້ນນັ້ນ, ແລະ ຕ້ອງຈິງຈັງກັບການອັບເດດເວັບໄຊ້ ແລະ ໃຫ້ຂໍ້ມູນກັບນັກລົງທຶນຢ່າງໂປ່ງໃສ.

    ສິ່ງທີ່ຕ້ອງເບິ່ງຈາກເວັບຂອງຄຮິບໂຕນັ້ນນັ້ນ

    •ທັນສະໄໝ ແລະ ໃຊ້ງານງ່າຍ

    •ສະອາດປາດສະຈາກການສະກົດຄຳຜິດ

    •ເປີດເຜີຍສະມາຊິກໃນທີມ ແລະ ຫຸ້ນສ່ວນ

    •ກຳນົດວັດຖຸປະສົງຂອງຫຼຽນຢ່າງຊັດເຈນ

    •ໃຫ້ White paper ກັບນັກລົງທຶນ

  2. Read the white paper

    White paper ຂອງຄຮິບໂຕກໍເປັນໜຶ່ງສິ່ງທີ່ສຳຄັນໃນການໃຊ້ປະເມີນຄຮິບໂຕປຽບເປັນດັ່ງກະດູກສັນຫຼັງຂອງຂໍ້ສະເໜີຂອງໂປຣເຈັກເລີຍກໍວ່າໄດ້. ເປັນເອກະສານທີ່ເຊື່ອຖືໄດ້ເຊິ່ງສະຫຼຸບເປົ້າໝາຍແລະກົນລະຍຸດສຳລັບການໃຊ້ງານສະກຸນເງິນດິຈິຕໍ ຫຼື ຄຮິບໂຕ. ນອກຈາກນີ້ຄຮິບໂຕຍັງເປັນທັງ Road map ແນວທາງ ສະນັ້ນນີ້ຈຶ່ງເປັນອີກສິ່ງທີ່ນັກລົງທຶນຕ້ອງໄດ້ປະເມີນກ່ອນລົງທຶນ.

    ເອກະສານ white paper ຈະລວບລວມລາຍລະອຽດກ່ຽວກັບຄຮິບໂຕນັ້ນນັ້ນ ເຊັ່ນ ການແຈກຈາຍຫຼຽນໃນໝູ່ນັກລົງທຶນລວມເຖິງຂີດຈຳກັດອຸປະທານ. ນອກຈາກນີ້ຍັງມີຂໍ້ມູນກ່ຽວກັບການສ້າງຫຼຽນໃຫມ່ ແລະ ການເຜົາຫຼຽນຫາກວ່ານັ້ນເປັນສ່ວນໜຶ່ງຂອງລະບົບນິເວດ. ເອກະສານບາງສະບັບມີເທັກນິກ ແລະ ລາຍລະອຽດຫຼາຍຈົນຄົນອ່ານບໍ່ຈຳເປັນຕ້ອງເຂົ້າໃຈທັງໝົດກໍໄດ້ ແຕ່ສິ່ງໜຶ່ງທີ່ຈຳເປັນຄືຈະຕ້ອງຮູ້ວ່າສະມາຊິກໃນທີມທີ່ພັດທະນາຫຼຽນນັ້ນນັ້ນແມ່ນໃຜ ໃຜຢູ່ເບື້ອງຫຼັງໂປຣເຈັກ ເປົ້າຫຼາຍຂອງເຂົາແມ່ນຫຍັງ ແລະ ຈະບັນລຸເປົ້າໝາຍໄດ້ແນວໃດນັ້ນເປັນສິ່ງສຳຄັນ.

    White paper ທີ່ໜ້າເຊື່ອຖືຄວນປາດລະຈາກການສະກົດຄຳຜິດ ແລະ ຕ້ອງບໍ່ຜິດຫຼັກໄວຍະກອນນັ້ນສາມາດສະແດງໃຫ້ເຫັນເຖິງຄວາມລະອຽດແລະຈິງຈັງກັບໂປຣເຈັກ.

  3. Scrutinize social media channels

    ກັນກ່ອງຊ່ອງທາງໂຊຊຽວມີເດຍ

    ເພື່ອໃຫ້ໄດ້ຂໍ້ມູນເຊິງເລິກກ່ຽວກັບຊຸມຊົນຄຮິບໂຕໃຫ້ໄປທີ່ບັນຊີໂຊຊຽວມີເດຍກ່ອນ. ໂຄງການຄຮິບໂຕສ່ວນໃຫຍ່ຈະມີຊ່ອງທາງ Twitter, Reddit ຫຼື Discord

    ສັງເກດຈຳນວນຜູ້ຕິດຕາມ ແລະ ສັງເກດການໂຕ້ຕອບຄວາມຄິດເຫັນຕ່າງຕ່າງເພື່ອປະເມີນວ່າຜູ້ດູແລກຸ່ມໂຕ້ຕອບກັບສະມາຊິກແນວໃດ, ມີການໃຫ້ຂໍ້ມູນ ມີສ່ວນຮ່ວມແນວໃດ ຫາກຄຳຖາມທີ່ຖາມຢ່າງດີແຕ່ບໍ່ມີການຕອບກັບຫຼືອະພິປາຍໃຫ້ສະມາຊິກເຂົ້າໃຈໄດ້ແບບນັ້ນຖືເປັນເລື່ອງບໍ່ດີ.

    ຮຽນຮູ້ແຍກແຍະກຸ່ມຄຮິບໂຕຫຼອກຫຼວງ ພວກສະແກມຕ່າງຕ່າງ Scams ໂດຍເບິ່ງຈາກກຸ່ມໂຊຊຽວມີເດຍກ່ອນ. ໃຫ້ຢູ່ຫ່າງຈາກກຸ່ມທີ່ເຂົ້າຄ່າຍສະແກມ ທີ່ໂຄສະນາເກີນຈິງ ເພາະໂປຣເຈັກຄຮິບໂຕທີ່ດີບໍ່ຈຳເປັນຕ້ອງເພິ່ງພາການໃຊ້ກົນລະຍຸດແບບນີ້ ຫຼື ການໂຄສະນາພວກນີ້ນັ້ນເອງ.

  4. Analyze the project team and partnerships

    ວິເຄາະທີມພັດທະນາ ແລະ ຫຸ້ນສ່ວນຮ່ວມໂປຣເຈັກ

    ຄວາມສຳເລັດຂຶ້ນກັນສະມາຊິກໃນທີມພັດທະນາ ທຸກຫຼຽນທີ່ປະສົບຜົນສຳເລັດລ້ວນແຕ່ມີທີມງານທີ່ດີຢູ່ເບື້ອງຫຼັງ. ສິ່ງນີ້ຈະຊ່ວຍສ້າງຄວາມໝັ້ນໃຈໃຫ້ກັບຄອມມູນິຕີ້ຫຼຽນໄດ້ດີ ແລະ ລາຍຊື່ສະມາຊິກທັງໝົດຕ້ອງສະແດງໃຫ້ເຫັນທັງໝົດໃນ white paper , ເວັບໄຊ້ຂອງຫຼຽນ. ທີມງານທີ່ມີປະຫວັດທີ່ດີ, ສ້າງຄວາມສຳເລັດໃຫ້ກັບຫຼຽນອື່ນມາກ່ອນຈະມາສ້າງຫຼຽນນັ້ນນັ້ນຖືເປັນສັນຍານທີ່ດີ.

    ນອກຈາກທີມງານສະມາຊິກແລ້ວ, ຫຸ້ນສ່ວນຮ່ວມທຶນກໍເປັນສິ່ງສຳຄັນ ຍິ່ງເປັນຈຳພວກ well-known ເຊັ່ນ Google , Amazon, JPMorgan … ຕ້ອງສຶກສາເຕີມວ່າຫຸ້ນສ່ວນຮ່ວມທຶນຈຳພວກນີ້ເປັນຄວາມຈິງ ແລະ ຖືກຕ້ອງຕາມກົດໝາຍ.

  5. Evaluate the cryptocurrency’s market metrics

    ປະເມີນຕົວຊີ້ວັດຕະຫຼາດຄຮິບໂຕ

    ສາມາດເຊັກໃນເວັບໄຊ້ຕະຫຼາດຄຮິບໂຕຫຼັກ CoinMarketCap ຫຼື Binance Market overview.

    •Market capitalization

    ມູນຄ່າຕະຫຼາດຄຳນວນໂດຍການຄູນລາຄາຂອງຫຼຽນກັບຈຳນວນຂອງຫຼຽນທັງໝົດທີ່ໝູນວຽນ. ໂດຍທົ່ວໄປແລ້ວການລົງທຶນໃນຄຮິບໂຕທີ່ມີມູນຄ່າຕະຫຼາດສູງ ຫຼາຍກວ່າ 1ພັນລ້ານດອນລ່າ ຈະປອດໄພກວ່າ, ແຕ່ອີກດ້ານໜຶ່ງຄຮິບໂຕທີ່ມີມູນຄ່າຕະຫຼາດສູງກໍຍັງຄົງມີຄວາມສ່ຽງຢູ່. ດັ່ງນັ້ນ, ບໍ່ແນະນຳໃຫ້ເລືອກຍ້ອນວ່າມູນຄ່າຕະຫຼາດສູງພຽງຢ່າງດຽວ ຕ້ອງວິເຄາະສັກກະລິຍະພາບຂອງຫຼຽນນັ້ນນັ້ນອີກດ້ວຍ.

    •Trading volume

    ຕົວຊີ້ແນະທີ່ຕ້ອງລະວັງອີກຢ່າງໜຶ່ງກໍຄືປະລິມານການຊື້ຂາຍຂອງຫຼຽນຄຮິບໂຕນັ້ນນັ້ນ. ປະລິມານການຊື້ຂາຍຈະສະແດງໃຫ້ເຫັນວ່າມີການຊື້ຂາຍຫຼາຍນ້ອຍປານໃດພາຍໃນກອບເວລາທີ່ກຳນົດ 24ຊົ່ງໂມງ 1 ອາທິດ ຕ່າງໆ . ປະລິມານການຊື້ຂາຍສູງກໍໝາຍຄວາມວ່ານັກລົງທຶນກຳລັງເຂົ້າຊື້ຂາຍເປັນຈຳນວນຫຼາຍເຊິ່ງຈະນຳໄປສູ່ສະພາບຄ່ອງແລະສະຖຽນຂອງລາຄາ.

    •Supply metrics

    ຕົວຊີ້ວັດຈາກຈຳນວນອຸປະທານ, ຄຮິບໂຕສ່ວນໃຫຍ່ມີຈຳນວນອຸປະທານຄ່ອນຂ້າງຫຼາຍເຊັ່ນ ETH ທີ່ມີອຸປະທານບໍ່ຈຳກັດ ແລະ ຍັງມີສ່ວນໃຫຍ່ຈຳນວນອຸປະທານຈະມີຂະໜາດວ່າຫຼາຍແສນລ້ານຫຼຽນ. ອຸປະທານໝູນວຽນຈະເຮັດໃຫ້ເຮົາສາມາດວິເຄາະການຄາດແຄນທີ່ອາດຈະເກີດຂຶ້ນຂອງຫຼຽນນັ້ນນັ້ນ ເຊິ່ງອາດຈະສົ່ງຜົນຕໍ່ກັບລາຄາທັງສອງທິດທາງໄດ້.

  6. Study the price history

    ອີກສິ່ງໜຶ່ງຕົວຊີ້ວັດທີ່ຈະນັກລົງທຶນຕ້ອງວິເຄາະຄືລາຄາໃນອາດີດ, ອາດີດທີ່ຜ່ານມາລາຄາສູງສຸດຕ່ຳສຸດຢູ່ໃສເພື່ອຈະນຳມາວິເຄາະກັບລາຄາປັດຈະບັນວ່າຫຼຽນນັ້ນຢູ່ໃນເກນລາຄາແນວໃດນັ້ນເອງ.

    ຫຼີກລ້ຽງຫຼຽນທີ່ມີລາຄາສູງຈົນເກີນຄວາມຈິງຈາກນັ້ນກໍຕົກລົງມາພາຍໃນໄລຍະເວລາອັນສັ້ນ ຈຳພວກນີ້ຄ່ອຍຂ້າງເປັນສັນຍານທີ່ບໍ່ດີ ບົ່ງບອກເຖິງສະຖານະການ pump-and-dump ເຊິ່ງເປັນການຫຼອກລວງລາຄາຫຼືພາສາອັງກິດເອີ້ນວ່າ “rug pull”.

  7. Determine whether the cryptocurrency has a utility

    ບໍ່ແມ່ນທຸກຫຼຽນຄຮິບໂຕທີ່ຈະສາມາດນຳໃຊ້ໄດ້ໃນທາງໂລກຄວາມເປັນຈິງ. ໃຫ້ຊອກຫາຫຼຽນທີ່ມີປະໂຫຍດໃນລະບົບບ໋ອກເຊນ, ໂປຣເຈັກຄຮິບໂຕທີ່ກຳລັງແກ້ບັນຫາພາຍໃນເຄືອຂ່າຍ ຫຼື ປັບປຸງການໃຊ້ງານ. ຕົວຢ່າງໃຫ້ເຫັນກັນຄື ຫຼຽນໃຫຍ່ BTC, ETH , BNB , SOL .. ທີ່ນຳມາໃຊ້ງານຈິງ, ເປັນເຄືອຂ່າຍ smart contract, NFT ແລະ ທຸລະກຳຫຼາຍຢ່າງ.

    ອີກທາງດ້ານໜຶ່ງກໍຈະມີຫຼຽນທີ່ສ້າງຂຶ້ນມາເປັນຫຼຽນຕະລົກ ຫຼຽນມີມ Meme coin .. ທີ່ມີຜູ້ຊົງອິດທິພົນທາງໂຊຊຽວມີເດຍຊ່ວຍໂຄສະນາພັກດັນແນ່ນອນວ່າອາດຈະມັນສາມາດສ້າງກຳໄລໃຫ້ນັກລົງທຶນໄດ້ແຕ່ທັງນີ້ທັງນັ້ນກໍຍັງເປັນຄວາມສ່ຽງ ແລະ ມີແນວໂນ້ມຈະສູນເສຍເງິນລົງທຶນໄດ້. ຫາກນັກອ່ານຕ້ອງການຈະລົງທຶນໃນຫຼຽນຄຮິບໂຕຈຳພວກນີ້ຄວນມີການລົງທຶນທີ່ປອດໄພແລະບໍ່ສ່ຽງຈົນເກີນໄປ.

    ref www.coindesk.com

Warning⚠️ຄວາມສ່ຽງຂອງຕະຫຼາດຄຮິບໂຕຄ່ອຍຂ້າງສູງເປັນຕະຫຼາດທີ່ມີການຜັນຜວນຂອງລາຄາໄວແລະແຮງສະນັ້ນທຸກການລົງທຶນຄວນໄດ້ຮັບການຈັດການຂອງເງິນທຸນທີ່ດີຈາກນ້ອຍໄປຫາຫຼາຍ,ຄວບຄຸມຄວາມສ່ຽງໂດຍມີຈຸດຍອມຮັບທີ່ຈະຂາດທຶນແລະກຳໄລ.ຫາກເປັນນັກລົງທຶນມືໃຫມ່ຄວນຜ່ານການສຶກສາທີ່ຮອບຄອບຫຼືທົດລອງຜ່ານການໃຊ້ບັນຊີDemoກ່ອນເພື່ອປ້ອງກຫນຄວາມເສຍຫາຍທາງຊັບສິນຫຼືເງິນທຸນຂອງເຈົ້າຂອງເອງ.ທຸກການລົງທຸນຕ້ອງຢູ່ໃນຄວາມສ່ຽງທີ່ສາມາດຍອມຮັບໄດ້.

#BinanceTurns7 #SOFR_Spike #VanEck_SOL_ETFS #BinanceTournament