Binance ໄດ້ປະກາດ ໂປຣເຈັກທີ 56 ຢູ່ທີ່ Binance Launch pool:

Toncoin (TON) ເປັນ Blockchain layer-1 ແບບກະຈາຍອຳນາດ ແລະເປີດໜ້າເວັບສະເພາະ ສຳລັບ ຫຼຽນ TON ຄາດວ່າຈະພ້ອມໃຊ້ງານພາຍໃນ 24 ຊົວໂມງ ກ່ອນທີ່ Launchpool ຈະເລີ່ມ.

🔸ພາບລວມຂອງ Toncoin (TON) Launchpool

ຕັ້ງແຕ່ວັນທີ 15 ສິງຫາ 2024 ເວລາ 00:00 UTC ຜູ້ໃຊ້ຈະມີໂອກາດສະເຕັກຫຼຽນ BNB ແລະ FDUSD ລົງໃນແຕ່ລະ pools ເພື່ອຟາມ TON tokens ໃນຊ່ວງໄລຍະເວລາ 20 ວັນ. ເປັນໂອກາດດີສຳລັບຜູ້ໃຊ້ທີ່ຈະໄດ້ຮັບ TON ຈາກການເຂົ້າຮ່ວມ Launchpool.

ນອກຈາກນີ້ Binance ກຳລັງເປີດຕົວ Binance Super Earn ເຊິ່ງເປັນຄວາມຄິດລິເລີ່ມໃໝ່ທີ່ຈະຊ່ວຍໃຫ້ຜູ້ໃຊ້ສາມາດຮັບ APR ແບບພິເສດ ດ້ວຍໂທເຄັນທີ່ໄດ້ຮັບການຄັດສັນມາໃໝ່ທັນທີ ຫຼັງຈາກທີ່ຫຼຽນໄດ້ລິສຂຶ້ນ. ຜູ້ໃຊ້ສາມາດລັອກຫຼຽນ TON ຂອງພວກເຂົາໃນ Simple Earn Locked Products ເພື່ອຮັບປະໂຫຍດຈາກ APR ພິເສດນີ້.

🔸ລາຍລະອຽດ Toncoin (TON) Launchpool

-ຊື່ໂທເຄັນ: Toncoin (TON)

-Total supply: 5.110.422.426 TON

-Launch Rewards: 7.650.000 TON

-Stakeing Pools BNB ແລະ FDUSD

- ໄລຍະເວລາ Farming: 15 ສິງຫາ - 03 ກັນຍາ 2024

ບັນຊີຜູ້ໃຊ້ຕ້ອງທຳການ KYC ໃຫ້ສຳເລັດຈຶ່ງຈະມີສິດເຂົ້າຮ່ວມ.